ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໂຄສະນາອົບຮົມ ເປີດຊຸດອົບຮົມການນຳໃຊ້ ແລະ ບົວລະບັດເຄື່ີອງຂະຫຍາຍສຽງຢູ່ວິທະຍາຄານກົມມະດຳ
ເວລາອອກຂ່າວ: 2020-08-18 11:19:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ວັນທີ 3 ສິງຫາ 2020 ຜ່ານມານີ້, ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບໄດ້ ລົງເປີດຊຸດເຝິກອົບຮົມການນໍາ ໃຊ້ ແລະ ບົວລະບັດເຄື່ອງຂະ ຫຍາຍສຽງຢູ່ວິທະຍາຄານກົມມະ ດຳ ໂດຍການເຂົ້າຮ່ວມຂອງ ສະ ຫາຍ ພັນເອກ ນາງ ຄຳພູ ສິດທິ ເສນ ຮອງຫົວໜ້າກົມໂຄສະນາ ອົບຮົມກົມໃຫຍ່ການເມືອງກອງ ທັບ, ມີ ສະຫາຍ ພັນເອກ ຖາວອນ ແກ້ວອິນທະວົງ ຫົວໜ້າການ ເມືອງວິທະຍາຄານກົມມະດຳ ພ້ອມດ້ວຍຄະນະ, ພະແນກໂຄສະ ນາ ແລະ ພາກສ່ວນນັກເຝິກອົບ ຮົມເຂົ້າຮ່ວມຢ່າງພ້ອມພຽງ. ສະຫາຍ ພັນຕີ ຈັນສະໄໝ ໄຊ ສິນນະລາດ ວິຊາການເຕັກນິກ ເຄື່ອງສຽງຂອງກົມໂຄສະນາອົບ ຮົມກົມໃຫຍ່ການເມືອງກອງທັບ, ຄະນະຮັບຜິດຊອບເຝິກອົບຮົມ ການນຳໃຊ້ ແລະ ບົວລະບັດເຄື່ອງ ຂະຫຍາຍສຽງໄດ້ຂຶ້ນຜ່ານແຜນ ການວ່າດ້ວຍການເປີດຊຸດອົບ ຮົມໃຫ້ພະນັກງານຢູ່ວິທະຍາ ຄານກົມມະດຳ ສະບັບເລກທີ 3697/ກມທ, ລົງວັນທີ 3 ກໍລະ ກິດ 2020 ວ່າດ້ວຍການຈັດຕັ້ງ ອົບຮົມນຳໃຊ້ ແລະ ບົວລະບັດ ເຄື່ອງຂະຫຍາຍສຽງຢູ່ວິທະຍາ ຄານກົມມະດຳ, ການເຝິກການ ອົບຮົມຄັ້ງນີ້ແມ່ນເຝິກການນຳໃຊ້ ລະບົບເຕັກນິກຂະຫຍາຍສຽງຢູ່ ຜາມໄຊ ວິທະຍາຄານກົມມະດຳ ເພື່ອເຮັດໃຫ້ເຄື່ອງສຽງດັ່ງກ່າວ ສາມາດເຮັດໜ້າທີ່ການເມືອງ ຂອງພັກ-ລັດ ກໍຄືກອງທັບເວົ້າ ລວມເວົ້າສະເພາະກໍຄືຢູ່ວິທະ ຍາຄານກົມມະດຳ ສຳລັບລາຍ ການທີ່ນຳມາເຝິກອົບຮົມໃນຄັ້ງ ນີ້ມີພາກໄຟຟ້າພື້ນຖານກ່ຽວ ກັບລະບົບເຄື່ອງຈັກໄຟຟ້າ, ພາກຄວບຄຸມສຽງຢູ່ຫ້ອງຄອນ ໂທຣນ, ພາກເຕັກນິກລະບົບ ສາຍສົ່ງສັນຍານ, ການບຳລຸງ ບົວລະບັດປົກປັກຮັກສາທົ່ວ ໄປ, ພາກໄຟຟ້າຫ້ອງຄວບຄຸມ ໄຟຟ້າສະເພາະເຄື່ອງຂະຫຍາຍ ສຽງ ແລະ ກາງສະໜາມ, ອີງ ໃສ່ແຜນການສິ່ງແວດລ້ອມ ແລະ ຄວາມເປັນຈິງຂອງເຄື່ອງຂະ ຫຍາຍສຽງຄົງທີ່ ເພື່ອຮັກສາອາ ຍຸການນຳໃຊ້ໃຫ້ຍາວນານ ແລະ ຮັບປະກັນຕາມລະບົບເຕັກນິກ ທັງນີ້ກໍເພື່ອເປັນການແນໃສ່ຍົກ ລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານຮັບໃຊ້ເຄື່ອງ ສຽງຢູ່ພາກສະໜາມເຂົ້າໃນໜ້າ ທີ່ການເມືອງ ບັ້ນເຝິກອົບຮົມດັ່ງ ກ່າວຈະໄດ້ດຳເນີນໄປເປັນເວລາ 12 ວັນຈິ່ງຈະສຳເລັດ. ໂດຍ: ຕ່ວນບຸບຜາ ທິບທິດາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ