ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຜີຍແຜ່ເອກະສານບົດແນະນຳການຂະຫຍາຍສະມາສິກພັກໃໝ່
ເວລາອອກຂ່າວ: 2020-08-18 11:16:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ໃນວັນທີ 3 ສິງຫາ 2020 ນີ້, ພະແນກຈັດຕັ້ງພັກກອງບັນ ຊາການທະຫານອາກາດໄດ້ຈັດ ຕັ້ງກອງປະຊຸມເຜີຍແຜ່ເນື້ອໃນ ເອກະສານ ບົດແນະນໍາການຂະ ຫຍາຍສະມາຊິກພັກໃໝ່ ແລະ ສະຫຼຸບປະເມີນຜົນການສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ປະຈໍາປີ 2020 ຂຶ້ນ ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ຄໍາຫຼ້າ ສິມມະວົງ ຫົວ ໜ້າຫ້ອງການເມືອງ ກທອ. ສະຫາຍ ພັນເອກ ຄໍາຫຼ້າ ສິມມະວົງ ຫົວໜ້າຫ້ອງການ ເມືອງ ກທອ ກໍໄດ້ຂຶ້ນຜ່ານບັນ ດາເນື້ອໃນເອກະສານແຈ້ງການ ເຊິ່ງລວມມີສອງເອກະສານຄື: ຄໍາສັ່ງແນະນໍາຂອງຄະນະພັກ ກະຊວງປ້ອງກັນປະເທດ ວ່າ ດ້ວຍວຽກງານຂະຫຍາຍພັກໃນ ກອງທັບ ແລະ ເອກະສານບົດ ແນະນໍາຂອງກົມໃຫຍ່ການເມືອງ ກອງທັບກ່ຽວກັບການຈັດຕັ້ງ ປະຕິບັດຄໍາສັ່ງຂອງຄະນະພັກ ກະຊວງປ້ອງກັນປະເທດ ວ່າ ດ້ວຍການເພີ່ມທະວີການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວກອງທັບ. ແນ ໃສ່ເພີ່ມທະວີພາລະບົດບາດ, ຄວາມຮູ້ຄວາມສາມາດ, ກໍາລັງ ແຮງສູ້ຮົບຂອງພັກໃຫ້ສູງຂຶ້ນ, ນໍາພາຈັດຕັ້ງປະຕິບັດໜ້າທີ່ການ ເມືອງຂອງໜ່ວຍພັກ, ສະມາຊິກ ພັກໃຫ້ມີຜົນສໍາເລັດ ແລະ ມີປະ ສິດທິຜົນສູງ ເພື່ອເປັນບ່ອນອີງ ໃຫ້ຄະນະພັກແຕ່ລະຂັ້ນໃນການ ຈັດຕັ້ງປະຕິບັດວຽກງານຂະ ຫຍາຍພັກຖືກຕ້ອງສ່ອດຄ່ອງ ກັບກົດລະບຽບພັກ, ສະກັດກັ້ນ ບໍ່ໃຫ້ພວກຄົນບໍ່ດີສວຍໃຊ້ໂອ ກາດເລັດລອດເຂົ້າໃນອົງການ ຈັດຕັ້ງພັກ, ເຮັດໃຫ້ຖັນແຖວສະ ມາຊິກພັກ ແລະ ການຈັດຕັ້ງ ພັກມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ສາມາດເຮັດຫຼ້ອນ ໜ້າທີ່ການເມືອງຂອງຕົນ, ປະ ຕິບັດແນວທາງແຜນນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ຂໍ້ ກໍານົດກົດລະບຽບຂອງກອງທັບ ໄດ້ຮັບການຈັດຕັ້ງເຜີຍແຜ່, ເຊື່ອມ ຊຶມ ແລະ ຈັດຕັ້ງປະຕິບັດຢ່າງ ທົ່ວເຖິງໃນທຸກຂົງເຂດວຽກງານ ຮາກຖານກົມກອງ, ຂະຫຍາຍ ມະຫາຊົນເຂົ້າພັກຕ້ອງຮັບປະກັນ ໄດ້ລັກສະນະຊົນຊັ້ນຂອງພັກ, ລັກຊະນະນໍາໜ້າ, ເປັນແບບຢ່າງ ໃນທຸກດ້ານ, ມີຄວາມຈົ່ງຮັກພັກ ດີຊື່ສັດບໍລິສຸດຕໍ່ພັກ, ຕໍ່ປະເທດ ຊາດ, ຕໍ່ປະຊາຊົນບັນດາເຜົ່າ, ມີ ຫົວຄິດປະດິດສ້າງໃນການປະຕິ ບັດໜ້າທີ່ວຽກງານ ແລະ ເລືອກ ເຟັ້ນເອົາມະຫາຊົນຜູ້ທີ່ດີເດັ່ນ, ມີ ເງື່ອນໄຂຄົບຖ້ວນ, ມີປະຫວັດ ຕົ້ນກໍາເນີດ, ປະຫວັດເຄື່ອນໄຫວ ຈະແຈ້ງ ແລະ ມີຄວາມໜັກ ແໜ້ນທາງດ້ານການເມືອງ- ແນວຄິດ, ມີຄຸນສົມບັດສິນທໍາ ປະຕິວັດ, ມີອຸດົມການຂອງພັກ ຢ່າງຈະແຈ້ງ, ມີຄວາມຮູ້ຄວາມ ສາມາດ ເພື່ອນໍາພາໃນທຸກຂະ ບວນການຂອງມະຫາຊົນ, ຜ່ານ ການທົດສອບໃນວຽກງານຕົວ ຈິງ, ເຮັດສໍາເລັດໜ້າທີ່ການ ເມືອງທີ່ພັກ ແລະ ການຈັດຕັ້ງ ມອບໝາຍໃຫ້ ພ້ອມນັ້ນຍັງໄດ້ ສືບຕໍ່ຍຶດໜັ້ນແນວທາງກໍ່ສ້າງ ພັກ, ເຊີດຊູບົດບາດນໍາພາຂອງ ໜ່ວຍພັກ, ຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອຜົນງານການກໍ່ ສ້າງກອງຮາກຖານເຂັ້ມແຂງ- ໜ່ວຍພັກຮູ້ນໍາພາຮອບດ້ານ ແລະ ສືບຕໍ່ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວກອງ ທັບໃນຕໍ່ໜ້າໃຫ້ໄດ້ຢ່າງຕໍ່ເນື່ອງ, ເປັນການຈັດຕັ້ງປະຕິບັດເນື້ອໃນ ຄໍາສັ່ງຂອງກົມການເມືອງສູນ ກາງພັກ, ຄໍາແນະນໍາຂອງຄະນະ ຈັດຕັ້ງສູນກາງພັກ ແລະ ຄໍາສັ່ງ ແນະນໍາຂອງຄະນະພັກກະຊວງ ປ້ອງກັນປະເທດ ວ່າດ້ວຍການ ເພີ່ມທະວີກໍ່ສ້າງໜ່ວຍພັກໃຫ້ຖືກ ຕ້ອງເປັນເອກະພາບ, ເປັນແກນ ນໍາຢູ່ຮາກຖານພັກ, ສາມາດຮູ້ ນໍາພາສ້າງແຜນການ, ຮູ້ນໍາພາ ຈັດຕັ້ງປະຕິບັດແຜນການ, ສະ ຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນການ, ຕີລາຄາຄຸນນະພາບ, ແບ່ງປະເພດສະມາຊິກພັກ ແລະ ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຕິບັດຕາມ 5 ເນື້ອ ໃນ ໂດຍປິ່ນອ້ອມຕິດພັນ 4 ໜ້າ ທີ່ໃຫຍ່ຂອງຄະນະພັກກະຊວງ ປ້ອງກັນປະເທດວາງອອກໃຫ້ມີ ຄຸນນະພາບ. ໂດຍ: ສີທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ