ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສະຫຼຸບວຽກງານຊາວໜຸ່ມ ທົ່ວທະຫານແຂວງບໍລິຄຳໄຊ ປະຈຳປີ 2019
ເວລາອອກຂ່າວ: 2020-08-18 11:15:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກ ງານຊາວໜຸ່ມທົ່ວທະຫານແຂວງ ບໍລິຄຳໄຊ ປະຈຳປີ 2019 ແລະ ທິດທາງແຜນການປີ 2020, ໄດ້ ໄຂຂຶ້ນໃນວັນທີ 6 ສິງຫາ 2020 ຜ່ານມານີ້, ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ຄຳສາຍ ພັນດານຸວົງ ຫົວໜ້າ ຫ້ອງການເມືອງທະຫານແຂວງ ບໍລິຄຳໄຊ, ມີ ສະຫາຍ ພັນໂທ ບົວທອງ ເພຍແກ້ວ ຫົວໜ້າພະ ແນກຊາວໜຸ່ມທະຫານແຂວງ, ມີພະແນກຊາວໜຸ່ມ, ຄະນະຮາກ ຖານ ແລະ ໜ່ວຍຊາວໜຸ່ມໃນ ທົ່ວທະຫານແຂວງເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນ ໂທ ຄຳໝັ້ນ ຈັນທະວິໄຊ ຮອງ ພະແນກຊາວໜຸ່ມທະຫານແຂວງ ກໍໄດ້ຂຶ້ນຜ່ານບົດສະຫຼຸບໃນການ ຈັດຕັ້ງປະຕິບັດວຽກງານຊາວ ໜຸ່ມປະຈຳປີ 2019 ຜ່ານມາ ແມ່ນໄດ້ເອົາໃຈໃສ່ໃນການສຶກ ສາອົບຮົມການເມືອງ-ແນວຄິດ ໃຫ້ຄະນະໜ່ວຍ ແລະ ສະມາຊິກ ຊາວໜຸ່ມມີຄວາມເຂົ້າໃຈແຈ້ງ ຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກຳ ນົດກົດລະບຽບຂອງກອງທັບ ໄດ້ເປັນຢ່າງດີ ເຊິ່ງມັນສະແດງ ອອກໃນການເຂົ້າຮ່ວມເຄື່ອນ ໄຫວວຽກງານຂະບວນການ ຕ່າງໆຕາມຄຳສັ່ງຂອງຂັ້ນເທິງ, ໄດ້ປະຕິບັດລະບອບດຳເນີນຊີ ວິດການເມືອງຂັ້ນຈຸ, ຂັ້ນໜ່ວຍ ເປັນປົກກະຕິ, ເອົາໃຈໃສ່ສ້າງ ຊາວໜຸ່ມ 4 ບຸກ ຕິດພັນກັບການ ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຄຽງຄູ່ກັບການສ້າງ ນັກຮົບວັດທະນະທຳ ແລະ ກົມ ກອງວັດທະນະທຳ, ໃນ 1 ປີ ຜ່ານມາສາມາດສ້າງໄດ້ຮາກ ຖານຊາວໜຸ່ມ 4 ບຸກ 4 ຮາກ ຖານ ແລະ ໜ່ວຍ 4 ບຸກ 26 ໜ່ວຍ, ນອກນັ້ນຍັງໄດ້ເອົາໃຈ ໃສ່ໃນການເສີມຂະຫຍາຍກອງ ທຶນອາສາພັດທະນາຊາວໜຸ່ມມາ ຮອດປັດຈຸບັນມີເງິນກອງທຶນໝູນ ວຽນທັງໝົດ 250 ລ້ານກວ່າກີບ ຈາກນັ້ນຄະນະຮາກຖານ ໜ່ວຍ ຊາວໜຸ່ມກໍໄດ້ຂຶ້ນປະກອບຄຳຄິດ ຄຳເຫັນແລກປ່ຽນບົດຮຽນເຊິ່ງ ກັນ ແລະ ກັນ, ພ້ອມທັງເຊັນຮ່າງ ບົດບັນທຶກເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມທົ່ວທະຫານ ແຂວງບໍລິຄຳໄຊປະຈຳປີ 2020 ແລະ ຈັບມືເຊິ່ງກັນ ແລະ ກັນ ເພື່ອຮັບຮອງເອົາຮ່າງບົດບັນທຶກ ດັ່ງກ່າວ. ໂດຍ: ສີທອງ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ