ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ເຄື່ອນໄຫວເຜີຍແຜ່ເຊື່ອມຊຶມ ເອກະສານຂອງກົມການເມືອງສູນກາງພັກ ຢູ່ 4 ແຂວງພາກໃຕ້
ເວລາອອກຂ່າວ: 2020-08-18 11:10:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ໃນວັນທີ 17 ສິງຫາ 2020 ນີ້, ສະຫາຍ ພົນໂທ ສຸວອນ ເລືອງ ບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຫົວໜ້າກົມໃຫຍ່ເສ ນາທິການກອງທັບ ໄດ້ລົງເຄື່ອນ ໄຫວເຜີຍແຜ່ເຊື່ອມຊຶມເອກະ ສານຂອງກົມການເມືອງສູນ ກາງພັກໃຫ້ຄະນະພັກ-ຄະນະບັນ ຊາ, ພະນັກງານຫຼັກແຫຼ່ງ, ບັນດາ ກົມກອງກຳລັງຫຼວງ-ກຳລັງ ທ້ອງຖິ່ນ ຢູ່ 4 ແຂວງພາກໃຕ້ ເຊິ່ງ ຈັດຂຶ້ນທີ່ກອງພົນທີ 5. ໂອກາດນີ້, ສະຫາຍຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຜີຍແຜ່ເຊື່ອມຊຶມ 3 ເອກະສານ ສຳຄັນຂອງພັກຄື: ມະຕິ ວ່າດ້ວຍ ເພີ່ມທະວີວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໃນສະພາບການປ່ຽນແປງໃໝ່, ມະຕິວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີຕາມ ຄວາມຍຸຕິທໍາ ແລະ ມະຕິວ່າດ້ວຍ ວຽກງານແນວໂຮມ ແລະ ວຽກ ງານມະຫາຊົນຂອງພັກໃນໄລ ຍະໃໝ່, ເຊິ່ງໃນວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບເປັນວຽກງານຍຸດທະສາດ ສໍາຄັນຕົ້ນຕໍຂອງພັກ-ລັດ ໃນພາ ລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ, ມີລັກ ສະນະຕັດສິນຕໍ່ການຄົງຕົວ ແລະ ຂະຫຍາຍຕົວຂອງປະເທດຊາດ ພາຍໃຕ້ການນໍາພາ ໂດຍກົງ ເດັດ ຂາດ ແລະ ຮອບດ້ານຂອງພັກ ເພື່ອຜົນປະໂຫຍດຂອງປະຊາຊົນ, ຍຶດໝັ້ນ ແລະ ປະຕິວັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ທົ່ວປວງຊົນຮອບດ້ານ, ສ້າງທ່າສະໜາມປ້ອງກັນຄວາມ ສະຫງົບຕິດພັນກັບວຽກງານ 3 ສ້າງ, ກໍາລັງພື້ນຖານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແມ່ນກ້ອນກໍາລັງຄວາມສາມັກ ຄີທົ່ວປວງຊົນລາວທັງຊາດ ແລະ ເປັນກໍາລັງແຮງຂອງລະບົບ ການເມືອງ, ເສດຖະກິດ, ວັດທະ ນະທໍາ-ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ ແລະ ກໍາລັງແຮງ ທາງດ້ານການພົວພັນຕ່າງປະ ເທດ. ພ້ອມດຽວກັນນັ້ນ, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ຍັງໄດ້ຜ່ານມະຕິຂອງ ກອງປະຊຸມສະພາແຫ່ງຊາດ ວ່າ ດ້ວຍການຮັບຮອງເອົາບົດລາຍ ງານຂອງລັດຖະບານກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ 5 ເດືອນ, ຄາດຄະເນ 6 ເດືອນ ແລະ ດັດແກ້ ຄາດໝາຍແຜນພັດທະນາເສດ ຖະກິດ-ສັງຄົມ ປະຈໍາປີ 2020 ແລະ ມະຕິກອງປະຊຸມສະພາ ແຫ່ງຊາດ ວ່າດ້ວຍ ການຮັບຮອງ ເອົາບົດລາຍງານການຈັດຕັ້ງປະ ຕິບັດແຜນງົບປະມານແຫ່ງລັດ 5 ເດືອນຕົ້ນປີ 2020. ຈຸດປະສົງເພື່ອແນໃສ່ເຮັດໃຫ້ພະ ນັກງານຫຼັກແຫຼ່ງບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນໃນ 4 ແຂວງພາກໃຕ້ ໄດ້ຮັບຮູ້ເຊື່ອມ ຊຶມຢ່າງເລິກເຊິ່ງເຖິງຖອງ ແລະ ນຳໄປຈັດຕັ້ງຜັນຂະຫຍາຍບັນ ດາມະຕິດັ່ງກ່າວເຂົ້າສູ່ຊີວິດຕົວຈິງ ແລະ ສອດຄ່ອງກັບໜ້າທີ່ການ ເມືອງຂອງແຕ່ລະກົມກອງ ໂດຍ ຕິດພັນກັບການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະ ພັກກະຊວງປ້ອງກັນປະເທດວາງ ອອກ ໃຫ້ມີປະສິດທິຜົນສູງ, ຕັ້ງ ໜ້າປັບປຸງກໍ່ສ້າງກຳລັງປະກອບ ອາວຸດໃນກອງທັບໃຫ້ມີຄວາມ ປອດໃສ ເຂັ້ມແຂງ ໜັກແໜ້ນ, ກາຍເປັນກອງທັບປະຕິວັດ ມີ ແບບແຜນທັນສະໄໝ, ພ້ອມກັນ ສືບຕໍ່ປະຕິບັດ 2 ໜ້າທີ່ຍຸດທະສາດ ຂອງພັກ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ