ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສຳເລັດບັ້ນອົບຮົມຄູວິທະຍາການແພດ ໄລຍະສັ້ນ ຄັ້ງທີ I ຢູ່ໂຮງໝໍບໍລິເວນ 107
ເວລາອອກຂ່າວ: 2020-08-18 11:01:18 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ໃນລະຫວ່າງວັນທີ 10-15 ສິງຫາ 2020, ວິທະຍາຄານການ ແພດກອງທັບໄດ້ສຳເລັດບັ້ນເຝິກ ອົບຮົມຄູວິທະຍາການແພດໄລຍະ ສັ້ນ ຄັ້ງທີ I ຢູ່ໂຮງໝໍບໍລິເວນ 107, ໂດຍການເປັນປະທານຂອງ ສະ ຫາຍ ພົນຈັດຕະວາ ບົວສິງ ອິນ ທະວົງ ກຳມະການຄະນະພັກກົມ ໃຫຍ່, ຫົວໜ້າກົມເສນາຮັກກົມ ໃຫຍ່ພະລາທິການກອງທັບ, ມີສະ ຫາຍ ພັນເອກ ໄພວັນ ຈັນທະສຸກ ເລຂາຄະນະພັກຮາກຖານ, ອຳ ນວຍການໂຮງໝໍບໍລິເວນ 107, ຄະນະພັກ-ຄະນະອຳນວຍການ ໂຮງໝໍ 107, ພ້ອມດ້ວຍພະນັກງານ-ແພດໝໍ ໂຮງໝໍບໍລິເວນ 107 ເຂົ້າຮ່ວມ. ສະຫາຍ ພັນໂທ ເວດສຸວັນ ໂພໄຊສີ ຫົວໜ້າພະແນກອົບຮົມ ກໍ່ສ້າງກຳລັງກົມເສນາຮັກຂຶ້ນ ອ່ານຂໍ້ຕົກລົງຂອງກະຊວງປ້ອງ ກັນປະເທດ ວ່າດ້ວຍການອະນຸ ມັດໃຫ້ກົມເສນາຮັກ ແລະ ວິທະ ຍາຄານການແພດກອງທັບຈັດ ເຝິກອົບຮົມວິຊາຄູວິທະຍາການ ແພດຢູ່ໂຮງຮຽນແພດຊັ້ນກາງ ກອງທັບ ແລະ ຜ່ານແຜນການເຝິກ ອົບຮົມໂດຍມີຈຸດປະສົງໃຫ້ພະ ນັກງານ-ແພດໝໍ ໄດ້ຜ່ານວິຊາຄູ ວິທະຍາການແພດ ແລະ ການ ປະເມີນຜົນການຮຽນ-ການ ສອນໂດຍບັ້ນເຝິກອົບຮົມຄັ້ງ ນີ້ ມີນັກສຳມະນາ ກອນຈຳນວນ 29 ສະຫາຍ ໄດ້ຮຽນຮູ້ເນື້ອໃນ ກ່ຽວກັບຄູວິທະຍາການແພດ ຈຳນວນ 10 ບົດ ແລະ ສາມາດ ປະເມີນຄວາມເຂົ້າໃຈຂອງ ນັກສຳມະນາກອນຫຼັງສຳເລັດ ເຝິກອົບຮົມໄດ້ 69,66%. ໂອກາດດັ່ງກ່າວ, ສະຫາຍ ພົນ ຈັດ ຕະວາ ບົວສິງ ອິນທະວົງ ໄດ້ມີ ຄຳເຫັນສະແດງຄວາມຊົມເຊີຍ ຕໍ່ພະນັກງານ-ແພດໝໍ ແລະ ບັນ ດາຄູ-ອາຈານທີ່ມີຄວາມພະຍາ ຍາມ ແລະ ມີຄວາມຕັ້ງໃຈສູງໃນ ການສິດສອນພ້ອມກັນນັ້ນ, ໄດ້ ຍົກໃຫ້ເຫັນເຖິງຄວາມຈຳເປັນ ຂອງວຽກງານການສຶກສາດ້ານ ການແພດ ເພື່ອຍົກສູງຄຸນນະພາບ ຫຼັກສູດການຮຽນ-ການສອນ, ມີແບບແຜນວິທີເຮັດວຽກຢ່າງເປັນລະບົບ ແລະ ໄດ້ມາດຕະຖານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ