ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 3 ຍ້ອງຍໍຜົນງານໃຫ້ກົມກອງລວມໝູ່ ແລະ ບຸກຄົນ
ເວລາອອກຂ່າວ: 2020-08-14 19:33:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 101 | ຄວາມນິຍົມ:



ວັນທີ13 ສິງຫາ 2020 ນີ້, ຢູ່ທີ່ສະໂມສອນກອງພັນ 407 ກອງພົນທີ3 ໄດ້ຈັດພິທີປະດັບ ຫຼຽນໄຊພິລາດອາດຫານ, ຊັ້ນ II ແລະ ຊັ້ນ III ໃຫ້ແກ່ກົມກອງ ລວມໝູ່ ແລະ ບຸກຄົນທີ່ສຳເລັດ ການປະຕິບັດໜ້າທີ່ຢູ່ທີ່ແຂວງໄຊ ສົມບູນ ໃນປີ 2018-2019, ໂດຍການເປັນປະທານຂອງສະ ຫາຍພັນເອກ ໄຊຍະວົງ ໄຊນາມ ທິລາດ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 3, ມີຄະນະພັກ-ຄະນະບັນຊາ ກອງພົນ, ຄະນະຫ້ອງ 5 ຫ້ອງ, ພະແນການ, ພະນັກງານ-ນັກຮົບ ກອງພົນ, ຄະນະຫ້ອງ 5 ຫ້ອງ, ພະແນການ, ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ຫຸມພັນ ຈັນຍະ ໄຊ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງພັນ 407 ກໍໄດ້ຂຶ້ນຜ່ານບົດສະຫຼຸບຜ່ານ ການເຄື່ອນໄຫວຈັດຕັ້ງປະຕິບັດ ໜ້າທີ່ຢູ່ທີ່ແຂວງໄຊສົມບູນສົກ 2018-2019, ໂດຍຍົກໃຫ້ເຫັນ ດ້ານທີ່ຕັ້ງໜ້າ, ບາງບັນຫາທີ່ ຄົງຄ້າງ ແລະ ບົດຮຽນທີ່ຖອດ ຖອນໄດ້ໃນການຊີ້ນຳ-ບັນຊາ ອ້າຍນ້ອງປະຕິບັດໜ້າທີ່ອັນມີ ກຽດທີ່ຍັງຂັ້ນເທິງມອບໝາຍ ໃຫ້, ຕະຫຼອດໄລຍະການປະຕິ ບັດໜ້າທີ່ເຖິງຈະພົບຄວາມຫຍຸ້ງ ຍາກຫຼາຍປະການແຕ່ອ້າຍນ້ອງ ບໍ່ເຄີຍມີແນວຄິດຄອນແຄ້ນ, ຍາມ ໃດກໍມີນ້ຳໃຈເສຍສະຫຼະ ແລະ ຮັກຊາດອັນສູງສົງ, ເຮັດສຳເລັດ ໜ້າທີ່ປ້ອງກັນຊາດ, ເພື່ອຄວາມ ສົມບູນພູນສຸກຂອງ ປະຊາຊົນ ລາວບັນດາເຜົ່າໂດຍສະເພາະກໍ ຄືພໍ່ແມ່ພີນ້ອງຊາວແຂວງໄຊສົມ ບູນໃຫ້ມີຄວາມສະຫງົບຮຽບ ຮ້ອຍ, ມີທາງທຳມາຫາກິນທີ່ດີ ຂຶ້ນ, ໃນນັ້ນອັນພົນເດັ່ນກົມກອງ ໄດ້ຈັດຕັ້ງປະຕິບັດຂໍ້ກຳນົດກົດ ລະບຽບຂອງກອງທັບຢ່າງເຂັ້ມ ງວດ ແລະ ເດັດຂາດເຮັດສຳເລັດ ໜ້າທີອັນມີກຽດຢ່າງສະຫງ່າງາມສາມາດນຳພາກຳລັງກັບ ຄືນສູ່ກົມກອງຂອງຕົນດ້ວຍ ຄວາມເບີກບານມວນຊື່ນ ແລະ ປອດໄພ100%. ໃນພິທີສະຫາຍພັນໂທໂກສີ ຮັກຫຼວງຄຳ ຫົວໜ້າພະແນກ ນະໂຍບາຍກອງພົນທີ 3 ກໍໄດ້ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດສະບັບເລກ ທີ1878/ກປທ ລົງວັນທີ24 ເມ ສາ 2020 ວ່າດ້ວຍການປະດັບຫຼຽນໄຊພິລາດອາດຫານ ແລະ ໃບຍ້ອງຍໍຂອງກະຊວງປ້ອງກັນ ປະເທດ, ກົມໃຫຍ່ການເມືອງ ກອງທັບໃຫ້ບຸກຄົນ ແລະ ກົມ ກອງລວມໝູ່, ໃນນີ້ກະຊວງປ້ອງ ກັນປະເທດຕົກລົງປະດັບຫຼຽນ ໄຊພິລາດອາດຫານຊັ້ນIIໃຫ້ບຸກຄົນຈຳນວນ25ສະຫາຍ, ປະດັບ ຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ບຸກຄົນ ຈຳນວນ 88 ສະຫາຍ ແລະ 1 ກົມກອງ, ມອບໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ບຸກ ຄົນຈຳນວນ 88 ສະຫາຍ ແລະ 5 ກົມກອງ, ຍ້ອງຍໍກົມໃຫຍ່ການ ເມືອງກອງທັບ ຈຳນວນ 95 ສະ ຫາຍ, ໂດຍການກ່າວມອບຂອງ ສະຫາຍ ພັນເອກ ໄຊຍະວົງ ໄຊ ນາມທິລາດ ຫົວໜ້າການທະ ຫານກອງພົນທີ 3 ຢ່າງສົມກຽດ. ພ້ອມນີ້ສະຫາຍກໍຍັງໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍໍນຳ້ໃຈ ເສຍສະຫຼະອັນສູງສົ່ງຂອງຄະ ນະພັກ-ຄະນະບັນຊາກອງພັນ 407 ພ້ອມດ້ວຍອ້າຍນ້ອງທີ່ໄດ້ ເຮັດສຳເລັດໜ້າທີ່ອັນມີກຽດໃນ ຄັ້ງນີ້ທີມີຄວາມຮັບປະກັນໃນທຸກ ດ້ານດ້ວຍຄວາມຕັດສິນໃຈສູງ ແລະ ກັບຄືນສູ່ກົມກອງຢ່າງປອດ ໄພ, ພ້ອມທັງຮຽກຮ້ອງໃຫ້ເພີ່ມ ທະວີຍົກສູງຄວາມສາມັກຄີເປັນ ອັນໜຶ່ງອັນດຽວກັນເດັດດຽວຮັກສາມູນເຊື້ອພິລາດອາດຫານ ແລະ ນ້ຳໃຈເສຍສະຫຼະເພື່ອປະເທດ ຊາດ, ເພື່ອປະຊາຊົນຂອກອງ ທັບເວົ້າລວມ ເວົ້າສະເພາະກໍຄືມູນເຊື້ອຂອງກົມກອງໃຫ້ຍືນຍົງ ຕະຫຼອດໄປ. ໂດຍ: ທອງເລື່ອນ ພາບ: ລີໂດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ