ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຊັນສັນຍາໂຄງການກໍ່ສ້າງປ້ອມທະຫານຊາຍແດນໜອງຂຽດ ແລະ ຜາໂຕ່ນ
ເວລາອອກຂ່າວ: 2020-08-14 19:31:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 340 | ຄວາມນິຍົມ:



ໃນວັນທີ 07 ສິງຫາ 2020 ນີ້, ຢູ່ທີ່ຫ້ອງປະຊຸມຂອງກອງບັນ ຊາການທະຫານນະຄອນຫຼວງ ວຽງຈັນ ໄດ້ມີພິທີເຊັນສັນຍາໂຄງ ການກໍ່ສ້າງປ້ອມທະຫານຊາຍ ແດນໜອງຂຽດ ແລະ ປ້ອມທະ ຫານຊາຍແດນຜາໂຕ່ນ ນະຄອນ ຫຼວງວຽງຈັນ, ໂອກາດດັ່ງກ່າວ ແຕ່ລະພາກສ່ວນກໍໄດ້ພ້ອມກັນ ມີຄຳຄິດຄຳເຫັນ ເພື່ອຄວາມ ເປັນເອກະພາບໃນການຮ່ວມມືປະສານງານຕໍ່ກັບໂຄງການ ກໍ່ສ້າງດັ່ງກ່າວໃຫ້ມີຄວາມເປັນ ລະບຽບຮຽບຮ້ອຍ, ໂດຍສະເພາະ ແມ່ນເຈົ້າຂອງໂຄງການກັບ ຜູ້ຮັບເໝົາໂຄງການໃຫ້ມີຄວາມ ໂປ່ງໃສເຊິ່ງກັນ ແລະ ກັນ, ຮັບປະ ກັນການຈັດຕັ້ງປະຕິບັດໂຄງການ ກໍ່ສ້າງໃຫ້ມີຜົນສຳເລັດຕາມສັນຍາທີ່ໄດ້ກຳນົດໄວ້ຢ່າງຈົບ ງາມ. ພ້ອມນີ້ ກໍໄດ້ຈັດພິທີເຊັນສັນ ຍາຮັບເໝົາ ໂຄງການກໍ່ສ້າງຮ່ວມ ກັນຢ່າງເປັນທາງການ, ເຊິ່ງການ ເຊັນສັນຍາໃນຄັ້ງນີ້ແມ່ນມີ 02 ສັນຍາຄື: ການເຊັນສັນຍາຮັບ ເໝົາໂຄງການກໍ່ສ້າງປ້ອມທະ ຫານຊາຍແດນໜອງຂຽດນະ ຄອນຫຼວງວຽງຈັນ ໄລຍະທີ 2 ( ສັນຍາທີ 1 ) ແມ່ນລະຫວ່າງ ເຈົ້າຂອງໂຄງການກໍຄືກອງບັນ ຊາການທະຫານນະຄອນຫຼວງ ວຽງຈັນ ກັບຜູ້ຮັບເໝົາໂຄງການ ໂດຍແມ່ນ ບໍລິສັດ ໄຊຄູນຊັບ ກໍ່ ສ້າງ ແລະ ສ້ອມແປງເຄຫາ ຈຳ ກັດຜູ້ດຽວ ແລະ ການເຊັນສັນຍາ ຮັບເໝົາໂຄງການກໍ່ສ້າງປ້ອມທະຫານຊາຍແດນຜາໂຕ່ນ ນະ ຄອນຫຼວງວຽງຈັນ ໄລຍະທີ 2 ( ສັນຍາທີ 2 ) ລະຫວ່າງເຈົ້າ ຂອງໂຄງການ ກໍຄືກອງບັນຊາ ການທະຫານນະຄອນຫຼວງວຽງ ຈັນ ກັບຜູ້ຮັບເໝົາໂຄງການ ໂດຍແມ່ນ ບໍລິສັດ ພີ-ເອັດສເອັນ ຈີເນຍລິງ ຈຳກັດຜູ້ດຽວ, ເຊິ່ງເປັນ ກຽດເຊັນສັນຍາຮ່ວມໂຄງການ ກໍ່ສ້າງໃນຄັ້ງນີ້ ໂດຍ ສະຫາຍ ພັນເອກ ວົງສັກ ສີພັນດອນ ຫົວ ໜ້າກົມກໍ່ສ້າງ-ຄຸ້ມຄອງຊັບສິນ ກົມໃຫຍ່ພະລາທິການກອງທັບ ແລະ ຊ່ອງໜ້າໂດຍສະຫາຍພົນ ຈັດຕະວາ ສີພອນ ຈັນສົມວົງ ຫົວ ໜ້າການເມືອງກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານ-ວິຊາການ ທີ່ກ່ຽວຂ້ອງແຕ່ລະຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ