ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມຄຸ້ມຄອງລົດ ກົມໃຫຍ່ເຕັກນິກກອງທັບ ມອບໂທລະໂຄ່ງໃຫ້ ສາງ ກ2
ເວລາອອກຂ່າວ: 2020-08-14 19:05:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ວັນທີ 5 ສິງຫາ 2020 ນີ້, ກົມຄຸ້ມຄອງລົດ ກົມໃຫຍ່ເຕັກ ນິກກອງທັບ ໄດ້ນໍາເອົາໂທລະ ໂຄ່ງທີ່ຮັບມາຈາກ ກົມໂຄສະນາ ກົມໃຫຍ່ການເມືອງກອງທັບ, ມອບໃຫ້ ສາງ ກ2 ຈໍານວນ 1 ຊຸດ, ເປັນກຽດຕາງໜ້າກ່າວມອບໂດຍ ສະຫາຍ ພັນໂທ ສີນວນ ມະນີວົງ, ຮອງຫົວໜ້າກົມຄຸ້ມຄອງລົດ ກົມໃຫຍ່ເຕັກນິກ, ເປັນກຽດກ່າວ ຮັບໂດຍ ຄະນະພັກ-ຄະນະບັນຊາ ສາງ ກ2, ມີພະນັກງານ ແລະ ວິຊາການເຂົ້າຮ່ວມ. ຈຸດປະສົງເພື່ອເຮັດໃຫ້ນາຍ ແລະ ພົນທະຫານ, ພະນັກງານ-ນັບ ຮົບ ແລະ ພໍ່ແມ່ປະຊາຊົນລາວ ບັນດາເຜົ່າ ທີ່ດໍາລົງຊີວິດຢູ່ຂອບ ເຂດອ້ອມຂ້າງທີ່ຕັ້ງຂອງກົມ ກອງໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງ ເຖິງວຽກງານດ້ານຕ່າງໆ ໃນ ການໂຄສະນາຊວນເຊື່ອທີ່ດີຕໍ່ ແນວທາງນະໂຍບາຍຂອງພັກ- ລັດ, ຂອງກອງທັບ ແລະ ຮັບ ຟັງຂໍ້ມູນຂ່າວສານ, ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມ ພາຍໃນ ແລະ ຕ່າງປະເທດ ໃນການອອກຂ່າວຜ່ານວິທະຍຸກະຈາຍສຽງຂອງກອງທັບ ແລະ ວິທະຍຸກະຈາຍສຽງແຫ່ງ ຊາດລາວ ໃຫ້ທຸກຄົນໄດ້ຮັບ ຮູ້ຢ່າງທົ່ວເຖິງ ພ້ອມນີ້ ສະຫາຍ ກໍໄດ້ແນະນຳໃຫ້ຄະນະພັກ-ຄະ ນະບັນຊາ ສາງ ກ2, ໂດຍສະ ເພາະກໍແມ່ນຜູ້ທີ່ຮັບຜິດຊອບວຽກ ງານໂຄສະນາອົບຮົມ ຈົ່ງພ້ອມ ກັນປົກປັກຮັກສາເຄື່ອງດັ່ງກ່າວ ໃຫ້ນຳໃຊ້ໄດ້ຍາວນານ. ໂດຍ: ກົງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ