ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງພະລາທິການກອງພົນທີ 4 ສະຫຼຸບວຽກງານພະລາ 6 ເດືອນຕົ້ນປີ
ເວລາອອກຂ່າວ: 2020-08-14 09:20:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:



ໃນວັນທີ 7 ສິງຫາ 2020 ນີ້, ຫ້ອງພະລາທິການ ກອງພົນທີ 4 ໄດ້ສະຫຼຸບວຽກງານພະລາທິການ 6 ເດືອນຕົ້ນປີ ແລະ ຜ່ານທິດ ທາງແຜນການປະຈຳ 6 ເດືອນ ທ້າຍປີ 2020, ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ບຸນທອນ ສຸພາວົງໄຕ ຄະນະພັກ ກອງພົນ, ຫົວໜ້າຫ້ອງພະລາ ທິການກອງພົນທີ 4, ມີຄະນະພັກ-ຄະນະບັນຊາຫ້ອງພະລາທິການ, ມີຫົວໜ້າພະລາທິການກອງພັນ ໃຫຍ່ 401, ກອງພັນນ້ອຍ, ກອງ ຮ້ອຍເອກະລາດເຂົ້າຮ່ວມ. ສະຫາຍ ພັນໂທ ວິເລີດ ສວຍ ມາລີ ກຳມະການພັກກອງພົນ, ຮອງຫົວໜ້າຫ້ອງພະລາທິການ ກອງພົນທີ 4 ໄດ້ຂຶ້ນຜ່ານບົດ ສະຫຼຸບວຽກງານພະລາທິການ 6 ເດືອນ ຕົ້ນປີ 2020 ແລະ ຜ່ານ ທິດທາງແຜນການ 6 ເດືອນທ້າຍ ປີ 2020 ໃນບົດສະຫຼຸບໄດ້ຍົກ ໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ໄລຍະທີ່ຜ່ານມາ ຄະນະພັກ-ຄະນະຫ້ອງພະລາທິການ ໄດ້ ເປັນເຈົ້າການໃນການສຶກສາ ອົບຮົມການເມືອງ-ນຳພາແນວ ຄິດໃຫ້ພະນັກງານ-ນັກຮົບຜູ້ ທິ່ຮັບຜິດຊອບວຽກງານພະລາ ທິການ, ເຊື່ອມຊຶມກຳແໜ້ນຢ່າງເລິກເຊິ່ງຕໍ່ແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ ແລະ ມະຕິຄຳສັ່ງຕ່າງໆ ຂອງຂັ້ນເທິງ, ໂດຍສະເພາະແມ່ນວຽກງານວິຊາສະເພາະຂອງຕົນຮັບປະກັນ ໄດ້ 100%, ໃນນີ້ຮັບປະກັນໃຫ້ ແກ່ການເຄື່ອນໄຫວຫັດແອບ ແລະ ກຽມພ້ອມສູ້ຮົບ, ຮັບປະກັນຊີ ວິດການເປັນຢູ່ການຈັດຕັ້ງລ້ຽງ ດູທັບ, ຄຸ້ມຄອງທັບ, ຮັບປະກັນ ດ້ານການເງິນ, ການນຸ່ງຫົ່ມ, ນ້ຳ ມັນເຊື້ອໄຟ, ວຽກງານຂົນສົ່ງ ແລະ ວຽກງານອື່ນໆ ໃນໄລຍະ 6 ເດືອນ ຕົ້ນປີ 2020 ຜ່ານມາ ສາມາດເກັບກູ້ເຂົ້ານາປີທັງໝົດ 187,876 ກິໂລ, ຄິດເປັນເງິນ 1.315.132.000 ກີບ, ເກັບກູ້ ພືດຜັກໄດ້ທັງໝົດ 2,014 ໂຕນ, ຄິດເປັນເງິນ 402,688,000 ກີບ, ມີງົວລວມ 661 ໂຕ ເພີ່ມ ຂຶ້ນ 11,28 %, ຂາຍ 32 ໂຕ ເປັນເງິນ 96.000.000 ກີບ, ມີຄວາຍ 42 ໂຕ ເພີ່ມຂຶ້ນ 7,69 %, ມີແບ້ທັງໝົດ 212 ໂຕ, ເພີ່ມຂຶ້ນ 35,89 %, ຂາຍ 23 ໂຕ ເປັນ ເງິນ 6.900.000 ກີບ, ມີ ໝູທັງໝົດ 147 ໂຕ ເພີ່ມຂຶ້ນ 29,33 %, ຂາຍ 133 ໂຕ ເປັນ ເງິນ 33.250.000 ກີບ, ມີ ສັດປີກທັງໝົດ 6,641 ໂຕ ຂາຍເປັນເງິນ 234.780.000 ກີບ, ຂາຍປາ 8,313 ກິໂລ ເປັນເງິນ 207.825.000 ກີບ, ສັງລວມຈາກການຂາຍພືດຜັກ ແລະ ສັດລ້ຽງເປັນເງິນທັງໝົດ: 2.296.575.000 ກີບ, ໃນກອງ ປະຊຸມຍັງໄດ້ປະກອບຄຳຄິດ ຄໍາເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປ ກົງມາ. ໂອກາດດັ່ງກ່າວ ສະຫາຍ ພັນເອກ ບຸນທອນ ສຸພາວົງໄຕ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມທັງເນັ້ນ ໜັກໃຫ້ຄະນະພັກ-ຄະນະບັນ ຊາ ແຕ່ລະຂັ້ນຕະຫຼອດຮອດພະ ນັກງານ-ນັກຮົບຜູ້ທີ່ຮັບຜິດ ຊອບວຽກງານພະລາ ແຕ່ລະສະ ຫາຍຈົ່ງເພີ່ມທະວີຍົກສູງຄຸນ ທາດການເມືອງຂອງຕົນໃຫ້ສູງ ຂຶ້ນກວ່າເກົ່າ, ເອົາໃຈໃສ່ຄຸ້ມຄອງ ບົວລະບັດຜັດເຊັດວັດຖຸອຸປະ ກອນ, ເຄື່ອງມືຮັບໃຊ້ໃຫ້ໄດ້ໃຊ້ ງານເປັນປົກກະຕິ, ເອົາໃຈໃສ່ ຍົກສູງນ້ຳໃຈເພິ່ງຕົນເອງ ກຸ້ມ ຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍການປູກ-ການລ້ຽງ ໃຫ້ຫຼາຍກວ່າເກົ່າ, ສາມາດ ຮັບປະກັນໃຫ້ແກ່ຊີວິດການ ເປັນຢູ່ຂອງພະນັກງານ-ນັກຮົບ ໃນທົ່ວກອງທັບນັບມື້ດີຂຶ້ນ. ໂດຍ: ໂພຄໍາ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ