ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງຫົວພັນ ມອບເງິນນະໂຍບາຍ ໃຫ້ພະນັກງານທີ່ເຂົ້າຮັບບໍານານ
ເວລາອອກຂ່າວ: 2020-08-14 09:20:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 23 | ຄວາມນິຍົມ:



ວັນທີ 5 ສິງຫາ 2020 ນີ້ ກອງບັນຊາການທະຫານແຂວງ ຫົວພັນ ໄດ້ມອບເງິນນະໂຍ ບາຍໃຫ້ພະນັກງານນາຍທະຫານ ທີ່ພັກການເຂົ້າຮັບບໍານານ ຕາມອາຍຸກະສຽນ ຂຶ້ນຢູ່ທີ່ສະ ໂມສອນຫ້ອງການເມືອງ ໂດຍ ການເຂົ້າຮວ່ມຂອງ ສະຫາຍ ພັນໂທ ທອງພັນ ພຸດທະວົງ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ຫົວພັນ, ມີພະແນກການທີ່ກ່ຽວ ຂ້ອງຕະຫຼອດຮອດພະນັກງານບໍານານເຂົ້າຮ່ວມ. ສະຫາຍ ພັນໂທ ທອງຈັນ ທອງວຽງໄຊ ຫົວໜ້າພະແນກ ພະນັກງານ ຫ້ອງການເມືອງ ກອງບັນຊາການທະຫານແຂວງ ຫົວພັນ ໄດ້ຂຶ້ນຜ່ານເເຜນງົບປະມານເງິນອຸດໜູນບໍານານ ແລະ ເງິນຊົດເຊີຍ ພັກການ ເຂົ້າຮັບບໍານານ ຈໍານວນ 7 ສະ ຫາຍ, ດັ່ງນັ້ນຫ້ອງການເມືອງ ໄດ້ຈັດພິທີມອບເງິນອຸດໜູນດັ່ງ ກ່າວ ໃຫ້ກັບພະນັກງານທີ່ເຂົ້າ ຮັບບໍານານ ເປັນເງິນທັງໝົດ 125.089.200 ກີບ, ເປັນ ກຽດຂຶ້ນມອບ ໂດຍ ສະຫາຍ ພັນໂທ ທອງພັນ ພຸດທະວົງ ແລະ ຜູ້ຕາງໜ້າພະນັກງານບໍານານ ທັງ 7 ທ່ານຂຶ້ນກ່າວຮັບ. ໂອກາດນີ້, ສະຫາຍ ພັນໂທ ທອງພັນ ພຸດທະວົງ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ພະນັກງານບໍານານ ສ້າງໄວ້ ເປັນຜົນງານໃຫ້ພະນັກງານຄົນ ລຸ້ນໃໝ່, ໄດ້ສືບທອດຈັດຕັ້ງປະ ຕິບັດຕໍ່ໄປ ພ້ອມນີ້ຍັງໄດ້ຍົກໃຫ້ ເຫັນເຖິງການຈັດຕັ້ງປະຕິບັດ ຕາມແຜນນະໂຍບາຍຂອງພັກ-ລັດ ຂັ້ນເທິງທີ່ເຫັນໄດ້ຄຸນງາມ ຄວາມດີຂອງພະນັກງານບໍານານ ທີ່ໄດ້ປະກອບສ່ວນສຸມທຸກສະຕິ ປັນຍາເຂົ້າໃນການປະຕິບັດໜ້າທີ່ ວຽກງານຂອງກົມກອງໃນໄລຍະ ຜ່ານມາ ແລະ ຫວັງວ່າເງິນຈຳ ນວນດັ່ງກ່າວນີ້ຈະນຳໄປໝູນໃຊ້ໃນການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງຄອບຄົວໃຫ້ເກີດຜົນປະໂຫຍດສູງສຸດ. ໂດຍ: ໄຜ່ຄໍາ ແກ້ວສອນພຽນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ