ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມອານຸກຳມະການກະກຽມ ດຳເນີນກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ VIII
ເວລາອອກຂ່າວ: 2020-08-14 08:57:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 93 | ຄວາມນິຍົມ:



ກອງປະຊຸມອະນຸກໍາມະການ ກະກຽມດໍາເນີນກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ VIII ໄດ້ຈັດຂຶ້ນໃນວັນທີ 12 ສິງຫານີ້, ຢູ່ທີ່ຫ້ອງປະຊຸມກົມໃຫຍ່ ການເມືອງກອງທັບ ( 206)ໂດຍການເປັນປະທານຂອງ ສະ ຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກໍາມະການ ຄະນະພັກກົມໃຫຍ່ການເມືອງ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີ ຄະນະພັກກົມໃຫຍ່, ຄະນະຊີ້ນໍາ, ຄະນະອະນຸກໍາມະການ ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ. ສະຫາຍ ພັນໂທ ສຸວັນນີ ດວງ ປະເສີດ ຮອງຫົວໜ້າຫ້ອງການ ຊາວໜຸ່ມກອງທັບ ໄດ້ລາຍງານ ໂດຍຫຍໍ້ກ່ຽວກັບການກະກຽມ ຄວາມພ້ອມດ້ານຕ່າງໆ ໃຫ້ແກ່ ການດໍາເນີນກອງປະຊຸມຜູ້ແທນ ຊາວໜຸ່ມທົ່ວກອງທັບ ຄັ້ງທີ VIII, ໃນນີ້, ໄດ້ສໍາເລັດການກະກຽມ ດ້ານເນື້ອໃນ, ດ້ານບຸກຄະລາ ກອນ, ດ້ານວຽກງານໂຄສະນາ- ຂະ ບວນການ, ວຽກງານຮັບປະ ກັນ ດ້ານເສດຖະກິດ, ວຽກງານ ຮັບ ປະກັນພາຫະນະ ແລະ ນໍ້າມັນ ເຊື້ອໄຟ, ວຽກງານຮັບປະກັນ ຄວາມປອດໄພ ໃຫ້ແກ່ກອງປະ ຊຸມ (ອະນຸກໍາມະການປ້ອງກັນ) ແລະ ວຽກງານພິທີການ, ສະ ຖານທີ່, ຮັບໃຊ້ກອງປະຊຸມ ແລະ ວຽກງານອື່ນໆທີ່ປິ່ນອ້ອມ, ແຕ່ ຄຽງຄູ່ກັນນັ້ນ, ກໍຍັງມີບາງໜ້າ ວຽກທີ່ຍັງບໍ່ທັນສໍາເລັດເຊິ່ງຈະ ຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ ສໍາເລັດຕາມແຜນການ, ຈາກ ນັ້ນ, ບັນດາອະນຸກໍາມະການກໍ ໄດ້ພ້ອມກັນປະກອບຄໍາຄິດເຫັນ ເພື່ອປັບປຸງແກ້ໄຂຂອດທີ່ຍັງບໍ່ ທັນສອດຄ່ອງໃຫ້ເໝາະສົມເພື່ອ ຮັບປະກັນເຮັດໃຫ້ການດໍາເນີນ ກອງປະຊຸມໃຫຍ່ຄັ້ງທີ VIII ຜູ້ ແທນຊາວໜຸ່ມທົ່ວກອງທັບ ໄດ້ ຮັບໝາກຜົນອັນຈົບງາມ. ໂອກາດນີ້ ສະຫາຍ ພົນຈັດຕະ ວາ ວໍລະສານ ວິລັດດາວົງ ໄດ້ມີ ຄໍາເຫັນຊີ້ນໍາ ໂດຍໄດ້ເນັ້ນໃຫ້ ຫ້ອງການຊາວໜຸ່ມຕ້ອງເປັນໃຈ ກາງກະກຽມຄວາມພ້ອມໃນທຸກ ດ້ານ, ເອົາໃຈໃສ່ປັບປຸງແກ້ໄຂ ບັນຫາທີ່ຍັງຄົງຄ້າງໃຫ້ສອດ ຄ່ອງ, ຄະນະຊີ້ນໍາ ແລະ ອະນຸກໍາ ມະການແຕ່ລະດ້ານ ຕ້ອງເປັນ ເຈົ້າການຊີ້ນໍາເຄື່ອນໄຫວຕາມ ພາລະບົດບາດຂອງຕົນ, ເພື່ອຮັບ ປະກັນໃຫ້ແກ່ການດໍາເນີນກອງ ປະຊຸມໃນຄັ້ງນີ້ໄປຕາມວາລະທີ່ ໄດ້ກໍານົດໄວ້ ແລະ ມີຜົນສໍາເລັດ ເປັນຢ່າງດີ. ໂດຍ: ນ. ຈ່ອຍ ເພັດດາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ