ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດແຕ່ງຕັ້ງພະນັກງານບັນຊາກົມລົດຕັງ-ຍານເກາະ ແລະ ກອງພັນໃຫຍ່ 661
ເວລາອອກຂ່າວ: 2020-08-11 13:08:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ວັນທີ 7 ສິງຫາ 2020 ນີ້, ໄດ້ມີພິທີປະກາດແຕ່ງຕັ້ງພະນັກ ງານບັນຊາກົມລົດຕັງ-ຍານເກາະ ແລະ ກອງພັນໃຫຍ່ 661 ຂຶ້ນທີ່ ສະໂມສອນກອງພັນໃຫຍ່ 661 ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍພົນໂທ ສຸວອນ ເລືອງບຸນມີ ກຳມະການສູນ ກາງ ພັກ, ຮອງລັດຕີຖະມົນກະຊວງ ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ເສນາທິການກອງທັບ,ມີສະຫາຍ ພົນຈັດຕະວາ ບົວວັນ ບຸດທະຈັນ ໂທ ກຳມະການຄະນະພັກອົງການ ກົມໃຫຍ່ ຫົວໜ້າກົມລົດຕັງ-ຍານເກາະກົມໃຫ່ຍເສນາທິການກອງ ທັບ, ຄະນະພັກຫ້ອງວ່າການກະ ຊວງປ້ອງກັນປະເທດ,ກົມພະນັກ ງານກົມໃຫ່ຍການເມືອງກອງ ທັບ, ຄະນະພັກ-ຄະນະບັນຊາ, ພະ ນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວໜ້າກົມ ພະນັກງານກົມໃຫ່ຍການເມືອງ ກອງທັບໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານໄປຮັບໜ້າ ທີ່ໃໝ່ຢູ່ກົມລົດຕັງ-ຍານເກາະ ກົມໃຫ່ຍເສນາທິການກອງທັບ ໂດຍອີງຕາມ ກົດໝາຍນາຍທະ ຫານກອງທັບປະຊາຊົນລາວ ວ່າດ້ວຍ ການແຕ່ງຕັ້ງ, ຍົກຍ້າຍ ນາຍທະຫານ, ອີງຕາມທິດທາງ ກ່ຽວກັບການປັບປຸງບູລະນະກົງ ຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມ ແຂງ, ໜັກແໜ້ນຮອບດ້ານເພື່ອ ເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ແລະ ອີງຕາມໜັງສືສະເໜີຂອງກົມໃຫ່ຍການເມືອງກອງທັບ ເຊິ່ງກະຊວງປ້ອງກັນປະເທດ ຕົກ ລົງ ຍົກຍ້າຍ ສະຫາຍ ພັນເອກ ສາຍລົມ ໄຊຍະສຸກ ຫົວໜ້າການ ທະຫານກອງພັນໃຫຍ່ 661 ໄປ ຮັບໜ້າທີ່ໃໝ່ຢູ່ກົມລົດຕັງ-ຍານ ເກາະກົມໃຫ່ຍເສນາທິການກອງ ທັບ, ແຕ່ງຕັ້ງ ສະຫາຍ ພັນເອກ ສາຍລົມ ໄຊຍະສຸກ ເປັນຮອງ ຫົວໜ້າກົມລົດຕັງ-ຍານ ເກາະກົມ ໃຫ່ຍເສນາທິການກອງທັບ,ຂໍ້ຕົກ ລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະບັນ ຊາກອງພັນໃຫຍ່ 661, ແຕ່ງຕັ້ງ ບັນດາຫົວໜ້າ ແລະ ຮອງຫົວ ໜ້າກອງພັນໃຫຍ່ 661, ຕົກລົງ ແຕ່ງຕັ້ງ ສະຫາຍ ພັນເອກ ຄຳປານ ແພງພັນ ເປັນຫົວໜ້າການເມືອງ, ສະຫາຍ ພັນເອກ ບຸນປອນ ລົມພະ ຈັນ ເປັນຫົວໜ້າການທະຫານ, ສະ ຫາຍ ພັນໂທ ບຸນທະວີ ລ້ວນບຸດ ສະດີ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າພະແນກການ ເມືອງ, ສະຫາຍ ພັນໂທ ສົມຊາຍ ວົງຄຳຊາວ ເປັນຮອງຫົວໜ້າການ ທະຫານ ທັງເປັນຫົວໜ້າພະແນກ ເສນາທິການ, ຂໍ້ຕົກລົງຂອງກົມ ໃຫຍ່ການເມືອງກອງທັບ ຕົກລົງ ແຕ່ງຕັ້ງບັນດາຮອງຫົວໜ້າພະ ແນກ ແລະ ຫົວໜ້າພະແນກກອງ ພັນທີ່ຂຶ້ນກັບກອງພັນໃຫຍ່ 661 ແຕ່ງຕັ້ງ ສະຫາຍ ພັນໂທ ພູວົງ ທິບມະຈອນ ເປັນຫົວໜ້າພະ ແນກ ຍຸດໂທກົມລົດຕັງ-ຍານເກາະ, ແຕ່ງຕັ້ງ ສະຫາຍ ພັນໂທ ສູນທະ ລາ ໄຊຍະຈັກ ເປັນຫົວໜ້າການ ເມືອງກອງພັນ161, ສະຫາຍ ພັນ ຕີ ທອງສີ ສີສະຫວັດ ເປັນຮອງ ຫົວໜ້າພະແນກເສນາທິການ ແລະ ສະຫາຍ ຮ້ອຍເອກ ອຸ່ນເຮືອນ ດາລາທິບ ເປັນຮອງພະແນກການ ເມືອງ. ໃນໂອກາດນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາສຳຄັນ ຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ໄປຮັບໜ້າທີ່ໃໝ່ ຈົ່ງຍົກສູງຄວາມ ຮັບຜິດຊອບໜ້າທີ່ການເມືອງ ຂອງຕົນທີ່ໄດ້ຮັບມອບໝາຍດ້ວຍ ຄວາມຮັບຜິດຊອບສູງ ແລະ ມີຜົນ ສຳເລັດ, ເອົາວຽກງານສຶກສາອົບ ຮົມການເມືອງ-ນຳພາແນວຄິດ ເປັນບັນຫາສຳຄັນໃຫ້ມີຄຸນສົມ ບັດສິນທຳປະຕິວັດ ແລະ ມີຄຸນ ທາດການເມືອງໜັກແໜ້ນ ເພື່ອ ພ້ອມກັນຈັດຕັ້ງນຳພາປັບປຸງ ກອງທັບໃຫ້ເຂົ້າສູ່ລະບຽບແບບ ແຜນທັນສະໄໝເທື່ອລະກ້າວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ