ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫະພັນບານເຕະເອີຣົບ ວາງແຜນໃຫ້ບານເຕະລີກທົ່ວທະວີບເອີຣົບ ສຳເລັດການແຂ່ງຂັນລະດູການນີ້ໃນເດືອນສິງຫາ
ເວລາອອກຂ່າວ: 2020-05-20 09:44:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 84 | ຄວາມນິຍົມ:



v ທ່ານ ອາເລັກຊານເດີ ເຊເຟີ ຣິນ ປະທານສະຫະພັນບານເຕະເອີ ຣົບ (UEFA) ໃຫ້ສຳພາດ ບິອີງ ສະປອດ ສື່ກີລາຊື່ດັງ ເມື່ອວັນທີ 17 ພຶດສະພາ : “ ພວກເຮົາມີ ແນວຄິດຈະໃຫ້ບານເຕະລີກທົ່ວ ທະວີບເອີຣົບ ສຳເລັດການແຂ່ງ ຂັນລະດູການ 2019-20 ລວມ ທັງ ຢູຟາ ແຊັມປຽນລີກ ແລະ ຢູ ໂຣປາລີກ ຄວນຈະຈົບໃນເດືອນ ສິງຫາ 2020, ແຕ່ຕ້ອງຖ້າການ ຕັດສິນໃຈຂອງຄະນະບໍລິຫານ ສະຫະພັນບານເຕະເອີຣົບ (UEFA) ໃນການກຳນົດວັນທີ່ ແນ່ນອນ ”. ກ່ອນໜ້ານີ້ ລີກບານເຕະທົ່ວ ທະວີບເອີຣົບ ຕ້ອງມີການຢຸດ ການແຂ່ງຂັນຕັ້ງແຕ່ເດືອນມີນາ ເນື່ອງຈາກການແຜ່ລະບາດຂອງ ເຊື້ອ ໂຄວິດ-19, ໂດຍມີລີກທີ່ຕັດ ຈົບລະດູການແລ້ວຄື: ລີກອ໋ອງ ຝຣັ່ງ, ອິຣີດີວິຊີ ເນເທີແລນ (ໂຮນ ລັງ), ຈູ ປີແລ ໂປຣລີກ ເບວຢຽມ (ແບນຊິກ), ຂະນະທີ່ມີລີກທີ່ກັບ ມາແຂ່ງຂັນໄດ້ແລ້ວຄື: ບຸນ ເດັສ ລິກາ ເຢຍລະມັນ ແລະ ລີກສູງສຸດ ປະເທດເບລາຣຸດ. ປະທານ ຢູຟາ ຍັງກ່າວຕື່ມວ່າ: “ ຢູໂຣ 2020 ທີ່ເລື່ອນໄປຈັດໃນ ປີ 2021 ອາດຈະບໍ່ໄດ້ໄປຈັດໃນ 12 ເມືອງທົ່ວທະວີບເອີຣົບ ຕາມ ທີ່ວາງໄວ້ກ່ອນໜ້ານີ້. ພວກເຮົາ ໄດ້ປຶກສາຫາລືກັບ 9 ເມືອງ ເຊິ່ງ ທຸກຢ່າງໄດ້ກະກຽມພ້ອມ, ສ່ວນ ອີກ 3 ເມືອງ ແລະ ຍັງເຫັນມີບັນ ຫາບາງຢ່າງ, ດັ່ງນັ້ນ ພວກເຮົາ ຕ້ອງໄດ້ປຶກສາຫາລືກັນຕາມ ຫຼັກການແມ່ນຈະແຂ່ງຂັນໃນ 12 ເມືອງ ແຕ່ຖ້າບໍ່ເປັນໄປຕາມນັ້ນ ພວກເຮົາກໍຈະແຂ່ງຂັນໃນ 8-10 ເມືອງແທນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ