ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບັນດານັກວິທະຍາສາດ ໂຮນລັງ ຄົ້ນພົບພູມຕ້ານທານ ສາມາດຕ້ານຄືນໄວຣັດ SARS-CoV-2 ໄດ້
ເວລາອອກຂ່າວ: 2020-05-07 13:28:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 8097 | ຄວາມນິຍົມ:



ສຳນັກຂ່າວຟອກສນີວ ລາຍງານໂດຍອ້າງແຫຼ່ງຂ່າວພາຍໃນປະເທດໂຮນລັງ ລະບຸວ່າ: ບັນດານັກຄົ້ນຄວ້າສັງກັດມະຫາວິທະຍາໄລ Utrecht ຂອງໂຮນລັງ ແລະ ສູນແພດສາດ Erasmus ຢູ່ Rotterdam ໄດ້ຄົ້ນພົບພູມຕ້ານທານ ສາມາດສະກັດກັ້ນເຊື້ອໄວຣັດ SARS-CoV-2 ແຊກຊືມເຂົ້າຈຸລັງຂອງຮ່າງກາຍ, ສ້າງຄວາມສາມາດໃນການພັດທະນາບັນດາວິທີການປິ່ນປົວພະຍາດໂຄວິດ - 19. ຕາມໝາກຜົນການຄົ້ນຄວ້າທີ່ໄດ້ປະກາດໃນວາລະສານ Nature Communications ແລ້ວ, ພູມຕ້ານທານທີ່ໄດ້ຫາກໍຄົ້ນພົບໃນຫ້ອງທົດລອງນັ້ນສາມາດຕ້ານເຊື້ອໄວຣັດ SARS-CoV-2 ໄດ້, ສ້າງຄວາມສາມາດໃນການສະກັດກັ້ນ ແລະ ປິ່ນປົວພະຍາດໂຄວິດ - 19 ທີ່ອັນຕະລາຍນີ້. ບັນດານັກວິທະຍາສາດ ໄດ້ສັກຢາພູມຕ້ານທານດັ່ງກ່າວໃສ່ໜູທົດລອງທີ່ບັນຈຸໄວຣັດໂຄໂຣນາສາຍພັນແຕກຕ່າງກັນ, ໃນນັ້ນ ລວມທັງບັນດາສາຍພັນທີ່ກໍໃຫ້ເກີດພະຍາດ SARS ແລະ ພະຍາດ MERS. ໜຶ່ງໃນບັນດາພູມຕ້ານທານດັ່ງກ່າວ ສາມາດສະກັດກັ້ນໄດ້ທັງເຊື້ອທີ່ກໍ່ໃຫ້ເກີດພະຍາດ ແລະ ທັງແຫຼ່ງພະຍາດແຊກຊືມເຂົ້າຈຸລັງ. ເຖິງຢ່າງໃດກໍຕາມ, ກ່ອນທີ່ຈະນໍາມາໃຊ້ເຂົ້າໃນການປ່ິນປົວ, ພູມຕ້ານທານດັ່ງກ່າວ ຍັງຕ້ອງໄດ້ດໍາເນີນການທົດລອງໃນສັດ ແລະ ຄົນຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ