ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບົດຄວາມ ຂອງ ທ່ານ ວາລາດີມີຣ ກາລີນິນ (Vladimir KALININ), ເອກອັກຄະລັດຖະທູດ ແຫ່ງ ສະຫະພັນຣັດເຊຍ ປະຈຳ ສປປ ລາວ ເນື່ອງໃນໂອກາດ ວັນແຫ່ງໄຊຊະນະ ຄົບຮອບ 75 ປີ
ເວລາອອກຂ່າວ: 2020-05-06 11:58:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 8412 | ຄວາມນິຍົມ:



ວັນທີ 9 ພຶດສະພາ ເປັນວັນທີ່ມີຄວາມຫມາຍສໍາຄັນທີ່ສຸດ ສໍາລັບປວງຊົນ ແຫ່ງ ສະຫະພັນຣັດເຊຍ ທັງຊາດ. ປີນີ້ ເປັນປີທີ່ຄົບຮອບ 75 ປີ ແຫ່ງການສະເຫຼີມສະຫຼອງ ວັນແຫ່ງໄຊຊະນະສົງຄາມຮັກຊາດອັນຍິ່ງໃຫຍ່, ເຊິ່ງເປັນນິມິດຫມາຍອັນສຳຄັນຂອງປະຊາຊົນໂຊວຽດ ໃນສະໄຫມສົງຄາມໂລກຄັ້ງທີ 2 ແລະ ເປັນການຈາລຶກເຖິງຄຸນງາມ ຄວາມດີຂອງນັກຮົບວິລະຊົນ ຜູ້ທີ່ເສຍສະຫຼະເລືອດເນື້ອເພື່ອການຕໍ່ສູ້ ຕ້ານລັດທິຟາຊິດ. ແຕ່ຫນ້າເສຍດາຍ, ເນື່ອງຈາກວ່າ ທົ່ວໂລກ ກໍາລັງປະເຊີນຫນ້າກັບສະຖານະການຫຍຸ້ງຍາກ ຂອງການລະບາດເຊື້ອໄວຣັດ, ຈຶ່ງເຮັດໃຫ້ງານສະເຫຼີມສະຫຼອງວັນແຫ່ງໄຊຊະນະ ຖືກເລື່ອນອອກໄປ, ຊຶ່ງງານດັ່ງກ່າວນັ້ນ ມີແຜນຈະຈັດຂື້ນໃນ ວັນທີ 8-9 ພຶດສະພາ ທີ່ ນະຄອນຫຼວງມົດສະກູ, ລວມທັງຈະມີການແຫ່ຂະບວນສວນສະໜາມ ຢູ່ທີ່ ສະໜາມແດງ. ຂ້າພະເຈົ້າ ເຊື່ອຫມັ້ນວ່າ ງານສະເຫລີມສະຫລອງວັນແຫ່ງໄຊຊະນະ ຄັ້ງນີ້ ຈະຈັດຂື້ນແນ່ນອນໃນທ້າຍປີນີ້ ແລະ ພວກເຮົາ ຫວັງຢ່າງຍິ່ງວ່າ ຈະໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ສູ່ ນະຄອນຫຼວງມົດສະກູ ແລະ ຈະໄດ້ຮັບຊົມຄວາມສວາຍສົດງົດງາມ ຂອງການແຫ່ຂະບວນສວນສະຫນາມລົດຖັງ T-34 ຂອງກອງທັບສະຫະພາບໂຊວຽດ ທີ່ ກອງທັບປະຊາຊົນລາວ ໄດ້ສົ່ງມອບໃຫ້ ຝ່າຍຣັດເຊຍ ໃນປີທີ່ຜ່ານມາ. ໃນໂອກາດທີ່ມີຄວາມຫມາຍສຳຄັນນີ້, ຂ້າພະເຈົ້າ ຂໍເໜັ້ນຫນັກເຖິງ ສົງຄາມໂລກຄັ້ງທີ 2, ຊຶ່ງ ເປັນສົງຄາມທີ່ຮຸນແຮງ, ເປັນໄພພິບັດອັນໂຫດຮ້າຍປ່າເຖື່ອນທາງການທະຫານ ແລະ ເປັນສົງຄາມທີ່ຫນ້າຢ້ານກົວທີ່ສຸດ ໃນປະຫວັດສາດຂອງມະນຸດ, ຊຶ່ງສົງຄາມຄັ້ງນີ້ ໄດ້ປ່ຽນແປງຊະຕາກຳຂອງປະຊາຊົນໃນທົ່ວໂລກ. ກອງທັບຂອງພວກນາຊີ ໄດ້ກໍ່ອາຊະຍາກຳອັນໂຫດຮ້າຍປ່າເຖື່ອນ ຕໍ່ປະຊາຊົນພົນລະເຮືອນ ເປັນຕົ້ນແມ່ນ ການຢຶດຄອງດິນແດນ, ເຂັ່ນຂ້າ ແລະ ທໍລະມານປະຊາຊົນ ຈຳນວນຫຼາຍລ້ານຄົນ, ຍ້ອນວ່າກຸ່ມຄົນເຫລົ່ານັ້ນເປັນຄົນທີ່ເຊື່ອຫມັ້ນທາງການເມືອງ, ນັບຖືສາດສະຫນາ ແລະ ເປັນປະຊາຊົນທີ່ມາຈາກປະເທດທີ່ ພວກນາຊີ ບໍ່ຕ້ອງການ. ຍ້ອນຄວາມພະຍາຍາມຮ່ວມກັນ ຈາກຫຼາຍໆປະເທດ, ໂດຍສະເພາະແມ່ນ ສະຫະພາບໂຊວຽດ, ອັງກິດ, ສະຫະລັດອາເມລິກາ ແລະ ຈີນ ຈຶ່ງສາມາດເອົາຊະນະກອງກຳລັງຂອງພວກນາຊີ. ຫລາຍກວ່າ 53 ປະເທດ ທີ່ຕໍ່ສູ້ຕ້ານລັດທິຟາຊິດ ແລະ ໄດ້ຮັບຄວາມເສຍຫາຍຢ່າງມະຫາສານ. ສະຫະພາບໂຊວຽດ ໄດ້ສູນເສຍປະຊາຊົນຫຼາຍທີ່ສຸດ ປະມານ 27 ລ້ານຄົນ ໃນນັ້ນລວມທັງ ທະຫານ 8.6 ລ້ານຄົນ ແລະ ປະຊາຊົນພົນລະເຮືອນ 19 ລ້ານຄົນ. ຈໍານວນຜູ້ເສຍຊິວິດເພີ່ມຂຶ້ນຫລາຍທົບ ສົມທຽບໃສ່ການສູນເສຍປະຊາຊົນ ຂອງບັນດາປະເທດພັນທະມິດ ໃນສະໄຫມສົງຄາມໂລກຄັ້ງທີ 2. ມັນອາດຈະເໝາະສົມ, ຂ້າພະເຈົ້າ ຂໍກ່າວເຖິງປະຫວັດຂອງ ທ່ານ ໄກສອນ ພົມວິຫານ, ປະທານປະເທດລາວ, ຜູ້ທີ່ໄດ້ກ່າວວ່າ: ຄວາມອົງອາດກ້າຫານຂອງ ທະຫານ ແລະ ປະຊາຊົນໂຊວຽດ ໃນສະໄຫມສົງຄາມໂລກຄັ້ງທີ 2 ແມ່ນມີບົດບາດສໍາຄັນໃນການຕັດສິນໃຈ ເພື່ອກຳນົດຊະຕາກຳຂອງມວນມະນຸດ. ພວກເຂົາ ບໍ່ພຽງແຕ່ຊ່ວຍມະນຸດ ໃຫ້ຫລຸດພົ້ນອອກຈາກການເປັນຂ້າທາດຂອງພວກຟາຊິດ ແລະ ອຳນາດດ້ານການທະຫານ ເທົ່ານັ້ນ, ພວກເຂົາ ຍັງໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກ ເຮັດໃຫ້ຫລາຍປະເທດ ມີລະບອບປະຊາທິປະໄຕ ປະຊາຊົນ. ຂໍສະແດງຄວາມຮູ້ບຸນຄຸນມາຍັງ ກອງທັບທະຫານສະຫະພາບໂຊວຽດ ແລະ ບັນດາປະເທດພັນທະມິດ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການຕໍ່ສູ້ຕ້ານລັດທິຟາຊິດ ຈົນໄດ້ຮັບໄຊຊະນະ ອັນພາໃຫ້ໂລກມີການຜັນແປໄປຢ່າງກ້າວກະໂດດຂັ້ນ. ຍຸກອານານິຄົມລົ້ມລະລາຍ ແລະ ຫລາຍໆປະເທດໃນທົ່ວໂລກ ກໍ່ໄດ້ຮັບເອກະລາດ ແລະ ອະທິປະໄຕ, ໃນນັ້ນລວມທັງ ປະເທດລາວ ທີ່ໄດ້ປະກາດເອກະລາດ ໃນ ເດືອນຕຸລາ ປີ 1945. ໄຊຊະນະຂອງພວກເຮົາ ໃນສົງຄາມໂລກຄັ້ງທີ 2 ໄດ້ຮັບຫມາກຜົນຢ່າງໃຫຍ່ຫຼວງ. ລະບົບທີ່ມີຊື່ວ່າ Yalta-Potsdam ຖືກສ້າງຕັ້ງຂື້ນໂດຍກຸ່ມພັນທະມິດ ທີ່ປະສົບຜົນສຳເລັດໃນການປ້ອງກັນສົງຄາມຂະໜາດໃຫຍ່ໃນໂລກ ມາເປັນເວລາຫຼາຍກວ່າເຄິ່ງສັດຕະວັດ. ຜົນໄດ້ຮັບທີ່ສຳຄັນອີກປະການໜຶ່ງແຫ່ງໄຊຊະນະຂອງພວກເຮົາ ແມ່ນການສ້າງຕັ້ງອົງການສະຫະປະຊາຊາດ ຈຸດປະສົງເພື່ອຊຸກຍູ້ການຮ່ວມມືກັບສາກົນ ແລະ ປ້ອງກັນຄວາມຂັດແຍ່ງ. ແຕ່ຫນ້າເສຍດາຍ, ທຸກວັນນີ້ ມີນັກການເມືອງບາງກຸ່ມ ກຳລັງພະຍາຍາມຂຽນປະຫວັດສາດຄືນໃຫມ່ ແລະ ຫວັງເຮັດໃຫ້ຊາວໂລກ ລົບລືມບົດບາດອັນສຳຄັນຂອງ ຣັດເຊຍ ໃນໄລຍະສົງຄາມໂລກຄັ້ງທີ 2. ໜຶ່ງສ່ວນສີ່ ຂອງປະຊາຊົນສະຫະພາບໂຊວຽດ ໄດ້ເສຍຊີວິດ ແລະ ໄດ້ຮັບບາດເຈັບ. ການສູນເສຍຄັ້ງນັ້ນ ໄດ້ກາຍເປັນຂໍ້ມູນຫລັກຖານອັນຈະແຈ້ງໃນການດຳເນີນສົງຄາມຂອງ ພວກນາຊີ. ຮ້າຍແຮງໄປກວ່ານັ້ນ, ເມື່ອຫວ່າງບໍ່ດົນມານີ້ ພວກເຮົາ ຍັງໄດ້ເຫັນການເຜີຍແຜ່ຂໍ້ມູນຂ່າວສານ ບິດເບືອນຄວາມຈິງ ທີ່ຂຽນວ່າ: "ຄວາມຜິດພາດຂອງສະຫະພາບໂຊວຽດໃນການກໍ່ສົງຄາມ" ໂດຍການລົງນາມໃນສັນຍາ ວ່າດ້ວຍການບໍ່ຮຸກຮານກັນ ກັບ ນາຊີ, ເຊິ່ງເປັນຂໍ້ກ່າວຫາທີ່ບໍ່ມີມູນຄວາມຈິງ. ໃນຄວາມເປັນຈິງແລ້ວ, ມັນເປັນເຫດການແບບລະບົບຕ່ອງໂສ້ໃນ ເອີຣົບ ມາແຕ່ດົນນານແລ້ວ ຈຶ່ງເປັນສາເຫດເຮັດໃຫ້ເກີດສົງຄາມ. ໂດຍສະເພາະ, ບາດກ້າວທຳອິດຂອງການກຳເນີດລະບອບນາຊີ ແມ່ນຍ້ອນສົນທິສັນຍາ Versailles ທີ່ກຳນົດຈົບຂອງສົງຄາມໂລກຄັ້ງທຳອິດ. ພາຍຫລັງສົງຄາມສິ້ນສຸດລົງ, ກໍ່ໄດ້ມີບັນດາຂໍ້ຫ້າມທີ່ໂຫດຮ້າຍເກີດຂື້ນໃນ ເບີຣິນ ເຮັດໃຫ້ ເຢຍລະມັນ ເກີດຄວາມບໍ່ພໍໃຈ, ດັ່ງນັ້ນ ຈຶ່ງເປັນຕົ້ນເຫດ ເຮັດໃຫ້ປະຊາຊົນ ເກີດຄວາມນິຍົມພັກກອມມູນິດ ແລະ ພັກນາຊີ. ເຖິງຢ່າງໃດກໍ່ຕາມ, ຕົ້ນເຫດ ທີ່ພາໃຫ້ເກີດສົງຄາມໂລກຄັ້ງທີ 2 ແມ່ນມາຈາກ ບາງປະເທດຕາເວັນຕົກ ໄດ້ລົງນາມຂໍ້ຕົກລົງ ມິວນິກ ໃນເດືອນ ກັນຍາ ປີ 1938 ທີ່ໄດ້ມອບເຂດພື້ນທີ່ Sudeten ຂອງປະເທດ ເຊັກໂກສະໂລວາກີ ໃຫ້ ເຢຍລະມັນ. ໃນເວລານັ້ນ ສະຫະພາບໂຊວຽດ ໄດ້ໃຊ້ຄວາມພະຍາຍາມສົ່ງການຊ່ວຍເຫຼືອທາງທະຫານໄປຍັງ ເຊັກໂກສະໂລວາກີ ແຕ່ບໍ່ປະສົບຜົນສຳເລັດ ເນື່ອງຈາກຖືກປິດລ້ອມຈາກກຸ່ມພັນທະມິດ. ຕໍ່ມາໃນປີ 1939 ອານາເຂດທັງໝົດຂອງ ສາທາລະນະລັດ ເຊັກໂກສະໂລວາກີ ຖືກຍຶດຄອງ. ສັນຍາ Munich ໄດ້ພິສູດໃຫ້ເຫັນ ຫຼັກຖານອັນສຳຄັນ ໃນການຕໍ່ສູ້ລະຫວ່າງ ອຳນາດຂອງຝ່າຍຕາເວັນຕົກ ກັບ ຮີດເລີ, ເຊິ່ງເປັນຕົ້ນເຫດ ເຮັດໃຫ້ພວກນາຊີ ກ້າວໄປສູ່ການເຮັດສົງຄາມກັບ ທະຫານສະຫະພາບໂຊວຽດ. ໃນເວລານັ້ນ ມັນຈຳເປັນ ສຳລັບພວກເຮົາ ທີ່ຈະປົກປ້ອງຜົນປະໂຫຍດແຫ່ງຊາດຂອງຕົນ ແລະ ປ້ອງກັນການຮຸກຮານຂອງ ຮິດເລີ ບໍ່ໃຫ້ແຜ່ລາມໄປທາງພາກຕາເວັນອອກ. ເຈົ້າຫນ້າທີ່ຣັດເຊຍ ສາມາດຮັບຮູ້ຢ່າງຈະແຈ້ງວ່າ ປະເທດທີ່ໄດ້ຮັບເຄາະຮ້າຍຈາກ ຮີດເລີ ແມ່ນ ໂປໂລຍ, ບັນດາປະເທດ Baltic ແລະ ສະຫະພາບໂຊວຽດ. ສະຫະພາບໂຊວຽດ ໄດ້ພະຍາຍາມຢ່າງເຕັມທີ່ ເພື່ອຫລີກລ້ຽງການກໍ່ສົງຄາມ. ນັກການທູດຂອງພວກເຮົາ ໄດ້ພະຍາຍາມສ້າງພັນທະມິດ ເພື່ອຕໍ່ສູ້ຕ້ານກັບ ຮີດເລີ, ແຕ່ຄວາມພະຍາຍາມເຫຼົ່ານັ້ນ ບໍ່ໄດ້ຮັບການສະໜັບສະໜູນຈາກກຸ່ມພັນທະມິດ. ດັ່ງນັ້ນ, ຈຶ່ງເຮັດໃຫ້ ສະຫະພາບໂຊວຽດ ບໍ່ມີທາງເລືອກ ນອກຈາກລົງນາມໃນສັນຍາ ວ່າດ້ວຍ ການບໍ່ຮຸກຮານກັນ ໃນເດືອນ ສິງຫາ ປີ 1939 ຈຸດປະສົງແນໃສ່ການກະກຽມຄວາມພ້ອມ ເພື່ອເອົາຊະນະຄວາມຂັດແຍ່ງກັບ ນາຊີ ທີ່ອາດເກີດຂື້ນ. ບົດຮຽນທາງປະຫວັດສາດ ໄດ້ເຮັດໃຫ້ພວກເຮົາ ມີໂອກາດຄົ້ນຫາວິທີທາງ ເພື່ອຫລີກລ້ຽງກົນຍຸບາຍອັນຜິດພາດ ທີ່ຈະນຳໄປສູ່ໄພພິບັດທາງສົງຄາມ. ຫນ້າເສຍດາຍ, ໃນທຸກມື້ນີ້ ບົດຮຽນທາງປະຫວັດສາດເຫຼົ່ານັ້ນ ຖືກເມີນເສີຍ. ໃນທັດສະນະຂອງບາງປະເທດ ມີຄວາມພະຍາຍາມທີ່ຈະເຮັດໃຫ້ບົດບາດຂອງ ສະຫະພາບໂຊວຽດ ໃນໄລຍະສົງຄາມໂລກຄັ້ງທີ 2 ຫຼຸດລົງ, ໂລກເຮົາ ມີຄວາມສ່ຽງທີ່ຈະລົບລືມ ຄວາມສຳຄັນຂອງໄຊຊະນະອັນຍິ່ງໃຫຍ່ ທີ່ສາມາດເອົາຊະນະຟາຊິດ ແລະ ລັດທິນາຊີ ແລະ ໄຊຊະນະໃນຄັ້ງນີ້ ກໍ່ຍັງເປັນຈຸດກຳນົດຊາຕະກຳຂອງມະນຸດ. ມັນຈຳເປັນ ທີ່ມະນຸດ ຕ້ອງຈົດຈຳປະຫວັດສາດ ແລະ ຈາລຶກເຖິງນັກຮົບວິລະຊົນ ຈຳນວນຫລາຍລ້ານຄົນ ໄດ້ເສຍສະຫຼະຊີວິດເຂົ້າໃນການຕໍ່ສູ້ກູ້ຊາດ. ພວກເຮົາທຸກຄົນ ຄວນຖ່າຍທອດ ປະຫວັດສາດອັນສຳຄັນນີ້ ໃຫ້ຄົນລຸ່ນຫລັງໄດ້ຮັບຮູ້ ແລະ ເຂົ້າໃຈ ເຖິງປະຫວັດຄວາມເປັນມາຂອງສົງຄາມໂລກຄັ້ງທີ 2 ແລະ ປ້ອງກັນບໍ່ໃຫ້ເກີດສະຖານະການໃດໆທີ່ບິດເບືອນຄວາມຈິງ ເພື່ອຈຸດປະສົງທາງການເມືອງ. ໃນອາທິດທີ່ຜ່ານມາ ພະນັກງານສະຖານທູດຣັດເຊຍ ປະຈຳ ລາວ, ພ້ອມທັງຄູອາຈານ ແລະ ນັກຮຽນ ຈາກໂຮງຮຽນມັດທະຍົມພາຍໃນສະຖານທູດຣັດເຊຍ ທີ່ ນະຄອນຫຼວງວຽງຈັນ ໄດ້ຈັດພິທີໄວ້ອາໄລ (Immortal Regiment) ຢູ່ພາຍໃນສະຖານທູດ ເພື່ອລະນຶກເຖິງ ນຳໃຈເສຍສະຫລະຂອງນັກຮົບວິລະຊົນ ທີ່ໄດ້ສະຫຼະເລືອດເນື້ອເຂົ້າໃນຕໍ່ສູ້ໃນສະໜາມຮົບ ແຫ່ງໄຊຊະນະອັນຍິ່ງໃຫຍ່. ການຈັດພິທີແບບນີ້ ແມ່ນຈັດຂື້ນທຸກໆປີ ໃນວັນທີ 9 ເດືອນ ພຶດສະພາ, ຊຶ່ງຈັດຂື້ນຢູ່ທຸກໆເມືອງຂອງ ຣັດເຊຍ ແລະ ທົ່ວໂລກ - ນັບແຕ່ ນິວຢອກ ຫາ ໂຕກຽວ. ພວກເຮົາຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ປີນີ້ ພວກເຮົາໄດ້ສຳເລັດໃນການຈັດພິທີດັ່ງກ່າວແລ້ວ ໃນເດືອນ ມີນາ ທີ່ຜ່ານມາ. ໂລກ ບໍ່ຄວນລົບລືມ ສິ່ງທີ່ມວນມະນຸດໄດ້ຕໍ່ສູ້ເພື່ອຊາດ ແລະ ຄວນຈົດຈຳຜົນສຳເລັດ ທີ່ນຳໄປສູ່ຄວາມສະຫງົບສຸກ. ໃນຕອນທ້າຍນີ້, ຂ້າພະເຈົ້າ ຂໍກ່າວເຖິງບົດບາດຂອງ ທ່ານ Vladimir Putin, ປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ, ຊຶ່ງຜູ້ກ່ຽວມີຄວາມກັງວົນໃຈທີ່ສຸດ ຕໍ່ໂອກາດອັນມີຄວາມຫມາຍສຳຄັນ ໃນວັນຄົບຮອບ ແຫ່ງໄຊຊະນະ ທີ່ຈະນຳພາທຸກຄົນມາເຕົ້າໂຮມກັນ ແລະ ເປັນຈິດຫນຶ່ງໃຈດຽວ. ພວກເຮົາຮູ້ສຶກພາກພູມໃຈ ຕໍ່ຄວາມສາມັກຄີຂອງພວກເຮົາ ແລະ ພວກເຮົາດີໃຈ ທີ່ໄດ້ຖ່າຍທອດປະຫວັດສາດໃຫ້ລູກຫລານ ໄດ້ຮັບຮູ້ເຖິງຜົນສຳເລັດອັນລໍ້າຄ່າ ແລະ ຄວາມອົງອາດກ້າຫານ ຂອງປູ່ຍ່າຕາຍາຍຂອງພວກເຮົາ ແລະ ເຊື່ອໝັ້ນວ່າ ຄວາມເກັ່ງກ້າສາມາດ ແລະ ໄຊຊະນະ ຂອງພວກເຂົາຈະຄົງຢູ່ຕະຫຼອດໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ