ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂ່ງຂັນ​ກິລາ​ບານເຕະ​ມິດຕະພາບ​ລະຫວ່າງ​ກົມ​ການ​ເງິນ​ ກະຊວງ​ປ້ອງ​ກັນ​ປະເທດ​ກັບ​ທະຫານ​ແຂວງ​ວຽງ​ຈັນ
ເວລາອອກຂ່າວ: 2022-09-28 08:54:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 192 | ຄວາມນິຍົມ:



ວັນ​ທີ 23 ກັນຍາ 2022 ນີ້, ໄດ້​ຈັດ​ກິດຈະກຳ​ແຂ່ງຂັນ​ກິລາ​ບານເຕະ​ ແລະ​ ກິລາ​ເປ​ຕັງ​ມິດ ຕະພາບ​ລະຫວ່າງ ກົມ​ການ​ເງິນ ກະຊວງ​ປ້ອງ​ກັນ​ປະເທດ ກັບ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ເຂົ້າ​ຮ່ວມມີສະຫາຍ ພົນ​ຈັດຕະວາ ບຸນ​ຊູ ດວງ​ຄຳ​ມີ ກຳມະການ​ຄະນະ​ປະຈຳ​ພັກ​ກະຊວງ ຫົວໜ້າ​ກົມ​ການ​ເງິນ ກະຊວງ​ປ້ອງ​ກັນ​ປະເທດ, ມີ ສະຫາຍ ພົນ​ຈັດຕະວາ ບຸນມາ ວົງ​ດາລາ​ແສນ ກຳມະການ​ຄະ ນະ​ປະຈຳ​ພັກ​ແຂວງ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ມີ​ ຄະນະ​ພັກ-ຄະນະ​ບັນຊາ, ພ້ອມ​ດ້ວຍ​ນັກກິລາ​ທັງ​ສອງ​ພາກສ່ວນ​ເຂົ້າ​ຮ່ວມ. ການ​ຈັດ​ກິດຈະກຳ​ແຂ່ງຂັນ​ກີລາ​ບານເຕະ​ແລະ​ກີລາ​ເປ​ຕັງ​ມິດຕະພາບ ໃນ​ຄັ້ງ​ນີ້, ເປັນ​ການ​ສ້າງ​ຂະ​ບວນ​ການ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສຳຄັນ​ຕ່າງໆ​ ຂອງ​ຊາດ, ຂອງ​ພັກ​ ແລະ ຂອງ​ກອງທັບ ໃຫ້​ມີ​ບັນຍາກາດ​ຟົດຟື້ນ, ທັງ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ຮັກແພງ ແລະ ກໍເປັນ​ການ​ພົບປະ ​ແລກປ່ຽນ​ບົດຮຽນ​ລະຫວ່າງ​ນັກກິລາກົມ​ການ​ເງິນກະຊວງ​ປ້ອງ​ກັນ​ປະເທດ​ກັບ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ທັງ​ເປັນ​ການ​ເຝິກຝົນ​ຮ່າງກາຍ​ໃຫ້​ມີ​ສຸຂະພາບ​ແຂງແຮງ ​ເພື່ອ​ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່ ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້, ກິລາ​ທີ່​ນຳ​ມາ​ແຂ່ງຂັນ​ໃນ​ຄັ້ງ​ນີ້​ມີ 2 ປະເພດ ຄື: ກີລາ​ບານເຕະ​ຊາຍ ແລະ ກິລາ​ເປ​ຕັງ, ໃນ​ນັ້ນ ​ກິລາ ເປຕັງ ມີ 2 ທີມ ຄື: ທີມ​ອາວຸໂສ, ທີມ ​ຊາວ​ໜຸ່ມ ແລະ ທີມ​ປະສົມ​ຍິງ-ຊາຍ, ຜົນ​ຂອງ​ການ​ແຂ່ງ ຂັນກິລາບານເຕະ​ແມ່ນ​ສະເໝີ​ກັນ 3 ປະຕູ​ຕໍ 3, ກິລາ​ເປ​ຕັງ ​ອາວຸໂສ​ຊະນະ​ເລີດ​ໄດ້ແກ່​ທີມ​ ກອງ​ບັນຊາ​ການ​ທະຫານ​ແຂວງ ​ວຽງ​ຈັນ, ໄດ້ຮັບຂັນ​ລາງວັນ 1 ໜ່ວຍ, ທີມ​ຊາວ​ໜຸ່ມ​ຊະນະ​ເລີດ​ໄດ້ແກ່ກົມ​ການ​ເງິນກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຮັບ​ຂັນ​ລາງວັນ 1 ໜ່ວຍ, ທີມຍິງ​ຊະນະ​ເລີດ​ໄດ້ແກ່ກອງ​ບັນຊາ​ການ​ທະ ຫານ​ແຂວງ​ວຽງ​ຈັນ ໄດ້​ຮັບ​ຂັນ​ລາງວັນ 1 ໜ່ວຍ ແລະ ທີມ​ປະສົມ​ຍິງ-ຊາຍ ຊະນະ​ເລີດ ໄດ້ ແກ່ກົມ​ການ​ເງິນ ກະຊວງ​ປ້ອງ ກັນປະເທດ ໄດ້​ຮັບ​ຂັນ​ລາງວັນ 1 ໜ່ວຍ. ໂດຍ: ຈັນທະ​ຈອນ ສີສະ​ເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ