ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງໝໍ​ສູນ​ກາງ 103 ກອງທັບ ປາຖະກະຖາ​ມູນເຊື້ອ 2 ວັນ​ປະຫວັດສາດ
ເວລາອອກຂ່າວ: 2022-09-28 08:49:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 199 | ຄວາມນິຍົມ:



ວັນ​ທີ 22 ກັນຍາ 2022 ນີ້, ໂຮງໝໍ​ສູນ​ກາງ 103 ກອງທັບ ຈັດ​ຕັ້ງ​ປາຖະກະຖາ 2 ວັນ​ປະ ຫວັດສາດ ລາວ-ຫວຽດນາມ ຄື: ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ແລະ ການ​ຮ່ວມ​ມື ຄົບຮອບ 45 ປີ ແລະ ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ​ລາວ-ຫວຽດນາມ ຄົບ ຮອບ 60 ປີ ໂດຍ​ການ​ເປັນ​ປະ ທານ​ແລະ​ປາຖະກະຖາ​ຂອງ ສະ ຫາຍ ພັນ​ເອກ ນາງ ມາລີ​ວອນ ສຸລິຍະ​ແສງ ຫົວໜ້າ​ການເມືອງ ໂຮງໝໍ​ສູນ​ກາງ 103 ກອງທັບ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ຄະນະ​ຫ້ອງ,ພະແນກການ ແລະ ພະນັກງານ​ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ. ໂອກາດ​ນີ້, ສະຫາຍ ຫົວໜ້າ​ການເມືອງ ໂຮງໝໍ​ສູນ​ກາງ 103 ກອງທັບ ໄດ້​ຍົກ​ໃຫ້​ເຫັນ​ປະຫວັດ​ຄວາມ​ເປັນ​ມາ, ມູນເຊື້ອ​ແຫ່ງ​ ຄວາມ​ສາມັກຄີ​ແບບ​ພິເສດ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ-ສອງ​ລັດ, ສອງ​ກອງທັບ ແລະ​ ປະຊາຊົນ​ສອງ​ຊາດ​ລາວ-ຫວຽດນາມ​ທີ່​ເຄີຍ​ມີ​ມາ​ແຕ່​ລະ​ຍຸກ​ແຕ່​ລະສະ​ໄໝ ໂດຍ​ສະເພາະ​ແມ່ນ​ນັບ​ແຕ່​ສະໄໝ​ຮ່ວມ​ຂຸມ​ຄອງຕໍ່ສູ້​ກູ້​ຊາດ​ຕ້ານ​ການ​ຮຸກ​ຮານ ແລະ ຕີ​ສັດຕູ​ໂຕ​ດຽວ​ກັນ​ຄື ພວກ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ແລະ ແບບໃໝ່ ຈົນ​ສາມາດ​ຍາດ​ໄດ້​ໄຊຊະ ນະ, ປົດ​ປ່ອຍປະ​ເທດ​ຊາດ, ປົດ​ປ່ອຍ​ປະຊາຊົນ​ອອກ​ຈາກ​ແອກ​ປົກຄອງ​ຂອງ​ຕ່າງ​ດ້າວ, ມາ​ຮອດ ​ໄລຍະ​ປົກ​ປັກ​ຮັກສາ ແລະ ສ້າງ ສາ​ພັດທະນາ​ປະເທດ​ຊາດ ຈົນ​ເຖິງ​ປັດຈຸບັນ​ສອງ​ຊາດ​ລາວ-ຫວຽດນາມ​ອ້າຍ​ນ້ອງ​ໄດ້​ສືບຕໍ່​ຂະຫຍາຍ​ທາງ​ເລິກ ແລະ ທາງ​ກວ້າງ​ໃນ​ທຸກ​ຂົງເຂດ​ວຽກ​ງານ, ທາງ​ດ້ານ​ການເມືອງ​ໄດ້​ຮັບ​ການ​ປັບປຸງ ແລະ ເສີມ​ຂະຫຍາຍ​ຢ່າງ​ໜັກ​ແໜ້ນ, ໄດ້​ພົບ​ປະ​ແລກປ່ຽນ​ເຊິ່ງ​ກັນ ແລະ ກັນ, ທາງ​ດ້ານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ກໍ​ໄດ້​ປະ​ສົມທົບ​ກັນ ໄດ້​ເຮັດ​ໃຫ້​ມີ​ຄວາມ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ ແລະ ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ທາງ​ສັງຄົມ, ທາງ​ດ້ານ​ເສດຖະກິດ, ການ​ສຶກ​ ສາ, ວັດທະນະທຳ​ສັງຄົມ, ສາ ທາລະນະ​ສຸກ ແລະ ຂົງເຂດ​ອື່ນໆ​ຢູ່​ສູນ​ກາງ ແລະ ທ້ອງຖິ່ນ​ກໍ​ລ້ວນ​ແຕ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ. ການຈັດຕັ້ງ​ປາຖະກະຖາໃນ ​ຄັ້ງນີ້ ກໍ​ເພື່ອ​ເປັນ​ການ​ຫວນ​ຄືນ​ມູນເຊື້ອ​ແຫ່ງ​ຄວາມ​ສາມັກຄີ​ລະ ຫວ່າງ​ສອງ​ຊາດ​ລາວ-ຫວຽດ ນາມ​ແລະ​ສະເຫຼີມສະຫຼອງ​ວັນ​ປະຫວັດສາດ​ທີ່​ສຳຄັນ​ດັ່ງກ່າວ​ໃຫ້​ມີ​ຄວາມ​ໝາຍ​ຟົດຟື້ນ​ເລິກເຊິ່ງ ທັງ​ເປັນ​ການ​ໂຄສະນາ, ສຶກ​ສາ​ອົບຮົມ​ໃຫ້, ພະນັກງານແພດໝໍ ໄດ້​ຮັບ​ຮູ້-ເຂົ້າໃຈ​ກ່ຽວ​ກັບ​ມູນເຊື້ອ​ ແຫ່ງ​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ພິເສດ​ ແລະ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ​ລາວ-ຫວຽດນາມ​ໃຫ້​ເລິກເຊິ່ງ, ສືບຕໍ່​ເສີມ​ຂະຫຍາຍ​ມູນເຊື້ອ​ດັ່ງ​ກ່າວ​ໃຫ້​ຈະເລີນ​ງອກ​ງາມ​ຍິ່ງໆຂຶ້ນ. ໂດຍ: ອາຄົມ ສີ​ພາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ