ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບໂອ້ລົມພະນັກງານ - ນັກຮົບກ້ອນສວນສະໜາມເຫຼົ່າຮົບຊ່າງແສງຢູ່ ວພກ
ເວລາອອກຂ່າວ: 2018-11-14 08:51:35 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 263 | ຄວາມນິຍົມ:



ໃນຕອນເຊົ້າວັນທີ 7 ພະຈິກ 2018 ນີ້, ທ່ານ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະ ນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມໂອ້ລົມພະນັກ ງານ-ນັກຮົບກ້ອນກຳລັງຫັດ ແອບສວນສະໜາມກຽມສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ ຢູ່ ວິທະຍາຄານພະລາທິການກອງ ທັບ ວພກ ໂດຍການຕ້ອນຮັບ ຂອງ ພັນເອກ ປອ ບົວເຮືອງ ສົມ ຟອງບຸດຕາຂັນ ຮອງເລຂາຄະ ນະພັກ ຫົວໜ້າການທະຫານວິ ທະຍາຄານ ພ້ອມດ້ວຍຄະນະ. ພັນເອກ ປອ ບົວເຮືອງ ສົມ ຟອງບຸດຕາຂັນ ຮອງເລຂາຄະ ນະພັກ ຫົວໜ້າການທະຫານວິ ທະຍາຄານພະລາທິການ ກໍໄດ້ ລາຍງານສະພາບຈຸດພິເສດທີ່ຕັ້ງ ຂອບເຂດສິດໜ້າທີ່ ແລະ ຜົນ ງານການເຄື່ອນໄຫວຂອງວິທະ ຍາຄານໂດຍຫຍໍ້. ໂອກາດນີ້ ທ່ານ ພົນຕີ ຈັນທອງ ສອນຕະ ອາດ ຮອງຫົວໜ້າກົມໃຫຍ່ເສ ນາທິການກອງທັບ ໃນນາມຮອງ ປະທານຊີ້ນຳສວນສະໜາມສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70ປີ, ກໍໄດ້ແນະນຳບາງບັນຫາ ກ່ຽວກັບເຕັກນິກທີ່ຍັງບໍ່ທັນຖືກ ຕ້ອງ. ເປັນຕົ້ນແມ່ນຄວາມເປັນ ເອກະພາບການພາຍປືນ, ຍົກຕີນ ແລະ ຮູບແຖວການເຕະກົງ ແລະ ລະບຽບຮູບແຖວເພື່ອສະແດງ ໃຫ້ເຫັນຄວາມເປັນເອກະພາບ ແລະ ຄວາມເຂັ້ມແຂງຂອງກອງ ທັບປະຊາຊົນລາວ. ຈາກນັ້ນ ທ່ານ ພົນຈັດຕະວາ ຈັນທອງ ກອງມະນີ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ກໍໄດ້ເນັ້ນຕື່ມບາງບັນຫາໃຫ້ ບັນດາຜູ້ທີ່ໄດ້ຮັບການແຕ່ງຕັ້ງ ເຂົ້າຮ່ວມສວນສະໜາມໃນຄັ້ງນີ້, ເພື່ອພ້ອມກັນຍົກສູງຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງຂອງ ຕົນສືບຕໍ່ເອົາໃຈໃສ່ປະຕິບັດຕໍ່ຂໍ້ ກຳນົດກົດລະບຽບໃຫ້ ເຂັ້ມງວດ ຄຽງຄູ່ກັບການເອົາໃຈໃສ່ຮັກສາ ສຸຂະພາບໃຫ້ແຂງແຮງເພື່ອປະ ກອບສ່ວນເຂົ້າຮ່ວມສວນສະ ໜາມສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ, ໃຫ້ມີຜົນສຳເລັດ ຢ່າງຈົບງາມ. ໂດຍ: ຈິນດາ ແກ້ວວົງກົດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ