ມູນເຊື້ອກອງທັບ
 
ວັນສຸກ, ວັນທີ 29 ມີນາ 2024

  

ມູນເຊື້ອກອງທັບ


ທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ

ທາດແທ້ຂອງກອງທັບປະຊາຊົນລາວ

ກອງທັບປະຊາຊົນລາວໂດຍແມ່ນພັກເປັນຜູ້ສ້າງຕັ້ງ ແລະ ສຶກສາອົບຮົມ, ເຝິກຝົນຫລໍ່ຫລອມ, ແມ່ນກອງທັບຂອງປະຊາຊົນ, ເກີດມາຈາກປະຊາຊົນ, ສູ້ຮົບເພື່ອສິດຜົນປະໂຫຍດຂອງປະຊາຊົນຜູ້ອອກແຮງ ງານບັນດາເຜົ່າ, ແມ່ນພາຫະນະອັນແຫລມຄົມ ຂອງພັກ, ຂອງຊົນຊັ້ນກຳມະກອນລາວໃນ ການຕໍ່ສູ້ປະຕິວັດ, ຍ້ອນແນວນັ້ນທາດແທ້ທາງການເມືອງຂອງກອງທັບປະຊາຊົນລາວແມ່ນທາດແທ້ຊົນຊັ້ນກຳມະກອນເຊິ່ງເປັນທາດແທ້ທີ່ປະຕິວັດກວ່າເພີ່ນຫມົດ.

ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ

ມູນເຊື້ອອັນສະຫງ່າງາມຂອງກອງທັບເຮົາ ແມ່ນຄວາມສະຫລຽວສະ ຫລາດ, ສາມາດປະດິດສ້າງໃນການສູ້ຮົບ ແລະ ເຮັດວຽກທີ່ໄດ້ຮັບການ ທົດສອບຈາກພຶດຕິກຳແຫ່ງການຕໍ່ສູ້ປະຕິວັດອັນຍາວນານ, ມູນເຊື້ອດັ່ງ ກ່າວໄດ້ສະແດງອອກຄື:
1. ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ຕໍ່ປະຊາຊົນຜູ້ ອອກແຮງງານບັນດາເຜົ່າຢ່າງຫນັກແຫນ້ນໃນທຸກກໍລະນີ.
2. ມີນ້ຳໃຈຕໍ່ສູ້ພິລະອາດຫານກ້າແກ່ນແຫນ້ນຫນຽວ ແລະ ພິກໄຫວ ປະດິດສ້າງດີຕະຫລອດມາ.
3. ມີນ້ຳໃຈດຸຫມັ່ນຂະຫຍັນພຽນໃນວຽກງານ ແລະ ການເພີ່ມພູນຜະ ລິດຜົນ, ຫາລ້ຽງກຸ້ມຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ.
4. ກອງທັບປະຊາຊົນລາວຍາມໃດກໍ່ຮັກສາຄວາມສາມັກຄີ ລະຫວ່າງ ກອງທັບກັບປະຊາຊົນບັນດາເຜົ່າຢ່າງແຫນ້ນແຟ້ນ.
5. ໄລຍະຜ່ານມາ ກອງທັບປະຊາຊົນລາວ ໄດ້ສາມັກຄີກັບກອງທັບປະ ຊາຊົນບັນດາປະເທດອ້າຍນ້ອງ ແລະ ບັນດາປະເທດເພື່ອນມິດ ທີ່ກ້າວ ຫນ້າຢູ່ໃນໂລກ ໂດຍສະເພາະແມ່ນສາມັກຄີຮ່ວມສຳພັນສູ້ຮົບ ກັບກອງ ທັບປະຊາຊົນຫວຽດນາມ ແລະ ກຳປູເຈຍ.
6. ກອງທັບປະຊາຊົນລາວ, ເວລາໃດກໍ່ຮັກສາມຸນເຊື້ອທີ່ດີງາມ, ປະຊາ ທິປະໄຕ, ລະບຽບວິໄນ, ຕື່ນຕົວ, ເຂັ້ມງວດ.
ໂຄສະນາ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ